ເລຂາທິການໃຫຍ່ສະຫະປະຊາຊາດ ປຶກສາຫາລືສະພາບການຢູ່ຊີຣີ
ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Ban Ki-Moon
(ພາບ:AP)
|
Vovworld- ວັນທີ 3/5, ໂຄສົກຂອງອົງການສະຫະປະຊາຊາດ ທ່ານ Mrtin Nesirky ໃຫ້ຮູ້ວ່າ ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Ban Ki-Moon ໄດ້ພົບປະກັບບັນດານັກການທູດຂັ້ນສູງຂອງ 5 ປະເທດກຳມະການປະຈຳສະພາຄວາມໝັ້ນຄົງ ສະຫະປະຊາຊາດຫຼືເອີ້ນຫຍໍ້ວ່າ P5 ເພື່ອປຶກສາຫາລືກ່ຽວກັບສະພາບການຫຼ້າສຸດຢູ່ຊີຣີ, ດ້ວຍເນື້ອໃນກ່ຽວກັບ ບັນດາບາດກ້າວເດີນທາງການທູດທີ່ສາມາດປະຕິບັດໄດ້ ເພື່ອແນໃສ່ຢຸດຕິວິກິດການຢູ່ປະເທດນີ້ . ທີ່ການພົບປະ, ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Ban Ki-Moon ໄດ້ແຈ້ງໃຫ້ຊາບກ່ຽວກັບການຜັນແປຄັ້ງຫຼ້າສຸດທີ່ກ່ຽວຂ້ອງເຖິງວຽກງານສືບສວນການນຳໃຊ້ອາວຸດເຄມີໃນການປະທະກັນຢູ່ຊີຣີເມື່ອວັນທີ 19/3 ທີ່ຜ່ານມາ. ໃນຂະນະນັ້ນ, ຕາມຂ່າວສານ Reuters, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ Chuck Hagel ໄດ້ຖະແຫຼງເມື່ອວັນທີ 2/5 ວ່າ ອຳນາດການປົກຄອງຂອງປະທານາທິບໍດີ Obama ໄດ້ຕີລາຄືນທັດສະນະເມື່ອກ່ອນນີ້ ຊຶ່ງໄດ້ຄັດຄ້ານການສະໜອງອາວຸດໃຫ້ແກ່ຝ່າຍຄ້ານຢູ່ຊີຣີ.