ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຢ້ຽມຢາມແລະເຮັດວຽກຢູ່ເມືອງເລ້ຖູຍ,ແຂວງກວາງບີ່ງ

ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຢ້ຽມຢາມແລະເຮັດວຽກຢູ່ເມືອງເລ້ຖູຍ,ແຂວງກວາງບີ່ງ - ảnh 1
ເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຢ້ຽມຢາມແລະເຮັດວຽກຢູ່ເມືອງເລ້ຖູຍ,
ແຂວງກວາງບີ່ງ

(vovworld) – ​ຕອ​ນ​ບ່າຍ​ວັນ​ທີ 5/2, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ ໄດ້​ລົງ​ຢ້ຽມ​ຢາມ, ເຮັດ​ວຽກ​ຢູ່​ຕາ​ແສງ​ໂລກ​ຖູຍ, ເມືອງ ເລ້​ຖູຍ, ແຂວງ ກວາງ​ບີ່ງ, ກວດ​ກາ​ສະ​ພາບ​ການ​ປະ​ຕິ​ບັດ​ໜ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ວຽກ​ງານສ້າງ​ພັກ, ​ສ້າງ​ລະ​ບົບ​ການ​ເມືອງ ແລະ ຜັນ​ຂະ​ຫຍາຍ​ຄຳ​ສັ່ງ​ເລກ​ທີ 36 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ກອງ​ປະ​ຊຸມ​ໃຫຍ່​ຄະ​ນະ​ພັກ​ທຸກ​ຂັ້ນ. ນະ​ທີ່ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ຫວັງ​ວ່າ: ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ, ປະ​ຊາ​ຊົນ​ຕາ​ແສງ ໂລກ​ຖ​ູຍ, ເມືອງ ເລ້​ຖູຍ ສືບ​ຕໍ່ເສີມ​ຂະ​ຫຍາຍ​ບັນ​ດາ​ຜົນ​ງານ, ໝາກ​ຜົນ​ທີ່​ບັນ​ລຸ​ໄດ້, ປຸກ​ລຸກ​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ກໍ່ສ້າງ​ອົງ​ຄະ​ນະ​ພັກ​ປອດ​ໄສ, ໝັ້ນ​ຄົງ, ເຂັ້ມ​ແຂງ.

        ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ໄດ້​ໄປ​ຢ້ຽມ​ຢາມ​ຫໍບູ​ຊາ​ພົນ​ເອກ ຫວໍ​ງວຽນ​ຢາບ ຢູ່​ຕາ​ແສງ ໂລກ​ຖູຍ, ເມືອງ ເລ້​ຖູຍ, ແຂວງ ກວາງ​ບີ່ງ.

        ກ່ອນ​ໜ້ານັ້ນ, ຢູ່​ແຂວງ ກວາງ​ຈີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ໄດ້​ວາງ​ພວງ​ມາ​ລາ, ອາ​ໄລ​ຫາ​ບັນ​ດາ​ວິ​ລະ​ຊົນ​ທີ່​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່​ສຸ​ສານ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ແຫ່ງ​ຊາດ ເຈື່ອງ​ເຊີນ ແລະ ສຸ​ສານ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ແຫ່ງ​ຊາດ​ທາງ​ເລກ 9.


ຂ່າວ/ບົດ​ອື່ນ