ທ່ານເລຂາທິການໃຫຍ່ Nguyen Phu Trong
ແລະ ທ່ານລັດຖະມົນຕີກະຊວງຕຳຫຼວດຈີນ
(ພາບ: vietnamplus.vn)
(vovworld) – ວັນທີ 24/10, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ Nguyen Phu Trong ໄດ້ໃຫ້ການຕ້ອນຮັບທ່ານ ເມິງຈິງຈຸ, ລັດຖະມົນຕີກະຊວງຕຳຫຼວດ, ຫົວໜ້າຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດຈີນ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ແລະ ເປັນປະທານກອງປະຊຸມ ”ຮ່ວມມືປ້ອງກັນ, ຕ້ານອາດສະຍາກຳຄັ້ງທີ 3 ລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະ ກະຊວງຕຳຫຼວດຈີນ”. ນະທີ່ນີ້, ທ່ານ ເມິງຈິງຈຸ, ລັດຖະມົນຕີກະຊວງຕຳຫຼວດ ຈີນ ໄດ້ຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດຈີນແມ່ນຖືເປັນສຳຄັນການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອກັບພັກ, ລັດ ແລະ ປະຊາຊົນຫວຽດນາມ, ແລະ ມານະພະຍາຍາມພ້ອມກັນຊຸກຍູ້ການພົວພັນນັ້ນໃຫ້ພັດທະນາຢ່າງບໍ່ຢຸດຢັ້ງ. ສ່ວນທ່ານເລຂາທິການໃຫຍ່ Nguyen Phu Trong ກໍ່ຖືວ່າ, ເຖິງວ່າໄລຍະຜ່ານມາປະສົບກັບຄວາມຫຍຸ້ງຍາກຈຳນວນໜຶ່ງ, ແຕ່ການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ ຫວຽດນາມ - ຈີນ ຍັງຄົງໄດ້ຮັບການຮັກສາໄວ້ ແລະ ພັດທະນາ. ທ່ານເນັ້ນໜັກວ່າ, ທັງສອງປະເທດພຽງແຕ່ພ້ອມກັນມານະພະຍາຍາມ, ເພີ່ມທະວີການປະສານສົມທົບ, ຊາບຊືມຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງພັກ, ສອງລັດ, ປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້ເທົ່ານັ້ນ, ການພົວພັນຫວຽດນາມ - ຈີນຈະໄດ້ຮັບການພັດທະນາຢ່າງຖືກຕ້ອງຕາມທິດທີ່ໄດ້ກຳນົດຢ່າງແນ່ນອນ, ຕອບສະໜອງຜົນປະໂຫຍດອັນເປັນພື້ນຖານ ແລະ ຄວາມມຸ້ງມາດປາຖະໜາອັນຊອບທຳຂອງປະຊາຊົນສອງປະເທດ, ປະກອບສ່ວນຮັກສາສິ່ງແວດລ້ອມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ ແລະ ຢູ່ໃນໂລກ.