ເລຂາທິການໃຫຍ່ Nguyen Phu Trong ຕ້ອນຮັບຄະນະຜູ້ແທນຂັ້ນສູງຄະນະຈັດຕັ້ງສູນກາງພັກປປລາວ

ເລຂາທິການໃຫຍ່ Nguyen Phu Trong ຕ້ອນຮັບຄະນະຜູ້ແທນຂັ້ນສູງຄະນະຈັດຕັ້ງສູນກາງພັກປປລາວ - ảnh 1
ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ​ຕ້ອນຮັບ​
ທ່ານ ຈັນ​ສີ ​ໂພ​ສີຄຳ ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ປປ ລາວ

(vovworld) - ວັນ​ທີ 26/10, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ໂດຍ​ທ່ານ ຈັນ​ສີ ​ໂພ​ສີຄຳ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ເປັນ​ຫົວໜ້າ​ຄະນະ​ທີ່​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ​​ໄດ້​ອວຍພອນ​ລາວ​ຈັດ​ຕັ້ງ​ກອງ​ປະຊຸມ​ຄູ່​ເຈລະຈາ​ລັດຖະສະພາ​ອາຊີ - ​ເອີ​ລົບ, ​ແລະ ​ເວທີ​ປາ​ໄສ​ປະຊາຊົນ​ອາຊີ - ​ເອີ​ລົບ ສຳ​ເລັດ​ຜົນ ​ແລະ ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ​ຢ່າງ​ເປັນ​ທາງ​ການ. ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ​ຢືນຢັນ​ວ່າ ຫວຽດນາມ ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ພ້ອມ​ກັບ​ລາວ​ຮັກສາ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ​ຫວຽດນາມ​ - ລາວ​ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ແຕ່ລະ​ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

       ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ​ຖື​ວ່າ​ຄະນະ​ຈັດ​ຕັ້ງ​ສູນ​ກາງຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກ ປະຊາຊົນ​ລາວ​ຈະ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ບັນດາ​ບັນຫາ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ​ຕົວ​ຈິງ​ໃນ​ວຽກ​ງານ​ກໍ່ສ້າງ​ພັກ, ວຽກ​ງານ​ຈັດ​ຕັ້ງ​ພະນັກງານ, ການ​ບຳລຸງ​ສ້າງ​ພະນັກງານ​ທຸກ​ຂັ້ນ, ຮ່ວມ​ມື​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ໃນ​ການ​ຜັນ​ຂະຫຍາຍ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຂອງ​ແຕ່​ລະ​ພັກ.

     ໃນ​ວັນ​ດຽວ​ກັນ, ທ່ານ To Huy Rua, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກກອມ​ມູນິດ​ຫວຽດນາມ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຄະນະຜູ້​ແທນ​ຂັ້ນ​ສູງ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ປະຊາຊົນ​ ປະຕິວັດ​ລາວ. ສອງ​ຝ່າຍ​ໄດ້​ແລກປ່ຽນ​ບັນດາ​ເນື້ອ​ໃນ​ທີ່​ກ່ຽວຂ້ອງ​ເຖິງ​ວຽກ​ງານ​ກໍ່ສ້າງ​ພັກ, ວຽກ​ງານ​ຈັດ​ຕັ້ງ​ພະນັກງານ ​ແລະ ວຽກ​ງານ​ຜັນ​ຂະຫຍາຍ​ໂຄງການ​ຮ່ວມ​ມື​ລະຫວ່າງ​ສອງ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ໃນ​ໄລຍະ​ຈະ​ມາ​ເຖິງ.

 

ຂ່າວ/ບົດ​ອື່ນ