ເລີ່ມດຳເນີນລາຍການຮ່ວມແຮງຮ່ວມໃຈເພື່ອກຳລັງກາຍມືດ້ານຮ່າງກາຍຫວຽດນາມ

ເລີ່ມດຳເນີນລາຍການຮ່ວມແຮງຮ່ວມໃຈເພື່ອກຳລັງກາຍມືດ້ານຮ່າງກາຍຫວຽດນາມ - ảnh 1
ລາຍການຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ກຳລັງກາຍ​ຫວຽດນາມ
(ພາບ: baomoi.com)


(vovworld) – ​​ຕອນ​ຄໍ່າ​ວັນ​ທີ 04/09, ຢູ່​ຮ່າ​ໂນ້ຍ, ທີ່​ພິທີ​ເລີ່​ມ​ດຳ​ເນີນ​ລາຍການ ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ກຳລັງກາຍ​ຫວຽດນາມ ທ່ານ​ປະທານ​ຄະ​ນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ແຂ່ງຂັນ​ກັນຜະລິດ ​ເພື່ອ​ມີ​ຜະລິດ​ຕະພັນ​ນຳ​້ນົມ​ບັນລຸ​ຄຸນ​ນະພາ​ບສູງ, ​ລາຄາ​ເໝາະສົມຢ່າງ​ຫຼວງ​ຫຼາຍ​ໃຫ້​ນັກຮຽນ; ບັນດາ​ອົງການ​ຈັດ​ຕັ້ງ​ສັງຄົມ, ບັນດາ​ຜູ້​ໃຈ​ບຸນ​ພ້ອມ​ກັນ​ແບ່ງປັນ​ກ່ຽວ​ກັບ​ດ້ານ​ການ​​ເງິນ​ເພື່ອ​ໃຫ້​ເດັກ​ທຸກ​ຍາກ​ໄດ້​ດຶ່ມນ້ຳນົມ​ໂດຍ​ບໍ່​ເສຍ​ຄ່າ.

        ​ໃນ​ຂະນະ​ນັ້ນ, ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ຫວູດຶກ​ດາມ ​ໃຫ້​ຮູ້​ວ່າ: ລາຍການຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ກຳລັງກາຍ​ຫວຽດນາມ ​ເລີ່​ມ​ດຳ​ເນີນ​ໃນ​ມື​ນີ້ ພ້ອມ​ກັບ​ລາຍການນ້ຳນົມ​ໃຫ້​ນັກຮຽນ ​ໄດ້​ຮັບ​ການ​ຜັນ​ຂະຫຍາ​ຍຢ່າງ​ມີ​ປະສິດທິ​ຜົນນັ້ນ​ຈະຊ່ວຍ​ຍົກ​ສູງກຳລັງກາຍ​ ​ແລະ ພູມ​ປັນຍາ​ຂອງ​ຊາວຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທຸກ​ຂັ້ນ, ທຸກຂະ​ແໜງ​ການ, ຂອງ​ປະຊາ​ຄົມ​ວິ​ສາ​ຫະກິດ ​ແລະ ທົ່ວ​ສັງຄົມ, ກຳລັງ​ກາຍ ​ແລະ ພູມ​ປັນຍາ​ຂອງຊາວ​ຫວຽດນາມ ຈະ​ໄດ້​ຍົກ​ສູງ ​ແລະ ນັບ​ມື້​ນັບ​ດີ​ຂຶ້ນ.

ຂ່າວ/ບົດ​ອື່ນ