ເລີ່ມປະຕິບັດໂຄງການຮ່ວມມືຫວຽດນາມ-ເອີລົບກ່ຽວກັບວຽກເຮັດງານທຳໃຫ້ນັກສຶກສາ
ເລີ່ມປະຕິບັດໂຄງການຮ່ວມມືຫວຽດນາມ-ເອີລົບກ່ຽວກັບວຽກເຮັດງານທຳໃຫ້ນັກສຶກສາ
(ພາບ: TTXVN)
(vovworld) - ວັນທີ 07/12, ຢູ່ຮ່າໂນ້ຍ, ກະຊວງສຶກສາ ແລະ ບຳລຸງສ້າງ ໄດ້ສົມທົບກັບຄະນະຕາງໜ້າເອີລົບ (EU) ປະຈຳຫວຽດນາມ ຈັດພິທີເລີ່ມປະຕິບັດໂຄງການຮ່ວມມືຫວຽດນາມ - ເອີລົບ ກ່ຽວກັບວຽກເຮັດງານທຳໃຫ້ນັກສຶກສາ. ຍອດມູນຄ່າຂອງໂຄງການແມ່ນປະມານ 1,5 ລ້ານເອໂລ ແລະ ໄດ້ສະຫງວນໂດຍກົງໃຫ້ມະຫາວິທະຍາໄລເຂົ້າຮ່ວມໂຄງການ 5 ແຫ່ງ ແລະ ສະຖາບັນວິທະຍາສາດແຮງງານ ແລະ ສັງຄົມ ເພື່ອແນໃສ່ສ້າງສູນແນະນຳອາຊີບເຊິ່ງລວມມືບັນດາກອມພິວເຕີໜ່ວຍແມ່ ແລະ ກອມພິວເຕີ ເຊື່ອມຕໍ່ເພື່ອເກັບກຳ, ຂໍ້ມູນລະບົບຂໍ້ມູນຂ່າວສານ.
ຄາດໝາຍຂອງ “ໂຄງການຮ່ວມມືຫວຽດນາມ - ເອີລົບ ກ່ຽວກັບວຽກເຮັດງານທຳໃຫ້ແກ່ນັກສຶກສາ” ແມ່ນເພື່ອແນໃສ່ຊຸກຍູ້ ແລະ ຮ່ວມມືລະຫວ່າງບັນດາປະເທດໃນກຸ່ມ EU ກັບບັນດາພະແນກສຶກສາຂັ້ນມະຫາວິທະຍາໄລຫວຽດນາມ ເພື່ອຍົກສູງປະສິດທິຜົນການບຳລຸງສ້າງ ຕອບສະໜອງຄວາມຕ້ອງການແຮງງານໃຫ້ສັງຄົມ; ຍົກສູງຄຸນນະພາບການບຳລຸງສ້າງຂັ້ນມະຫາວິທະຍາໄລ; ຊ່ວຍໃຫ້ນັກສຶກສາມາສາດສຳພັດກັບກາລະໂອກາດມີວຽກເຮັດງານທຳພາຍຫຼັງຮຽນຈົບ ແລະ ຫຼຸດຜ່ອນອັນຕາຫວ່າງງານຢູ່ປະເທດປະຈຳຖິ່ນ.