ເວທີປາໄສຊາວໜຸ່ມອາຊີຊຸກຍູ້ສັນຕິພາບ ແລະ ການພັດທະນາ

ເວທີປາໄສຊາວໜຸ່ມອາຊີຊຸກຍູ້ສັນຕິພາບ ແລະ ການພັດທະນາ - ảnh 1

(ພາບ: fpt.edu.vn)

(vovworld)- ວັນ​ທີ 31/5, ​ເວທີ​ປາ​ໄສ​ອາຊີ 2013 ​ໄດ້​ຖືກ​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງພະ​ນົງ​ເປັນ ​ປະ​ເທດ​ກຳປູ​ເຈຍ ຢ່າງ​ເປັນ​ທາງ​ການ. ​ເວທີ​ປາ​ໄສ​ປີ​ນີ້​ຖືກ​ຈັດ​ຂຶ້ນ​ດ້ວຍ​ຫົວ​ເລື່ອງ “ຊາວໜຸ່ມ ​ແລະ ສັນຕິພາບ: ຊຸກຍູ້​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການພັດທະນາ​ຜ່ານ​ການ​ສຶກສາ​ອົບຮົມ” ຊື່​ງດຳ​ເນີນ​ໄປ​ໃນ​ວັນ​ທີ 31/5 ​ແລະ 1/6. ​ເຂົ້າຮ່ວມ​ເວທີ​ປາ​ໄສ​ມີ​ທ່ານ​ນາຍົກລັດຖະມົນຕີກຳປູ​ເຈຍ Hun Sen, ປະທານ​ສະພາ​ຊາວ​ໜຸ່ມ​ອາ​ເຊີ Mohamad Khir Toyo  ພ້ອມ​ດ້ວຍ​ຜູ້ຕາງໜ້າ​ຊາວ​ໜຸ່ມ​ມາ​ຈາກ 22 ປະ​ເທດ. ຕາມ​ທ່ານ Hun Many ປະທານ​ສະຫະພັນ​ຊາວ​ໜຸ່ມ​ກຳປູ​ເຈຍ ​ແລ້ວ, ​ເວທີ​ປາ​ໄສ​ຈະ​ສຸມ​ໃສ່​​ແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ການຊຸກຍູ້​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການພັດທະນາ​ຜ່ານ​ການ​ສຶກສາ​ອົບຮົມ. ຜູ້ຕາງໜ້າ​ປະ​ເທດ​ຕ່າງໆ​ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ສິ່ງ​ທ້າ​ທາຍ, ​ແບ່ງປັນ​ບົດຮຽນ ​ແລະ ບັນດາ​ຄຳໝັ້ນສັນຍາ​ໃນ​ການ​ເປັນ​ເຈົ້າການ​ສ້າງ​ວັດທະນະທຳສັນຕິພາບ ​ແລະ ການ​ພັດທະນາ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ຂ່າວ/ບົດ​ອື່ນ