
ເວທີປາໄສວິສາຫະກິດພັດທະນາຢ່າງໝັ້ນຄົງຫວຽດນາມ 2015
|
(vovworld) - ຕອນເຊົ້າວັນທີ 14/5, ຢູ່ຮ່າໂນ້ຍ, ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ສົມທົບກັບສະພາອັງກິດ ຈັດຕັ້ງເວທີປາໄສວິສາຫະກິດພັດທະນາຢ່າງໝັ້ນຄົງຫວຽດນາມ 2015. ກ່າວຄວາມເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ປະທານສະພາແຫ່ງຊາດກ່ຽວກັບການພັດທະນາຢ່າງໝັ້ນຄົງ ແລະ ຍົກສູງກຳລັງແກ່ງແຍ້ງໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາຂອງລັດຖະບານໃນເລື່ອງໜູນຊ່ວຍປະຊາຄົມວິສາຫະກິດປັບປຸງສະມັດຕະພາບ, ກຳລັງແກ່ງແຍ້ງ ແລະ ພັດທະນາຢ່າງໝັ້ນຄົງ.
ຕາມທ່ານ ວໍຣາປົງ, ຜູ້ອຳນວຍການພົວພັນລັດຖະບານພາກພື້ນອາຊີຕາເວັນອອກສ່ຽງໃຕ້, ປະທານສະພາວິສາຫະກິດເພື່ອການພັດທະນາຢ່າງໝັ້ນຄົງຫວຽດນາມ ແລ້ວ, ການພັດທະນາຢ່າງໝັ້ນຄົງຮຽກຮ້ອງວ່າ, ໃນການຕົກລົງຕ້ອງມີການຄົ້ນຄິດທຸກຢ່າງໃຫ້ແກ່ອະນາຄົດ.
“ໃນໄລຍະຈະມາເຖິງ, ເພື່ອຊຸກຍູ້ປະສິດທິຜົນແຫ່ງການພັດທະນາຢ່າງໝັ້ນຄົງ, ພວກເຮົາຕ້ອງພັດທະນາເຄື່ອງມືວັດແທກ ເພື່ອຈົດກ່າຍບັນດາຄວາມມານະພະຍາຍາມຂອງວິສາຫະກິດໃນວິວັດແຫ່ງການພັດທະນາວິສາຫະກິດຢ່າງໝັ້ນຄົງກວ່າ“