ເວທີປາໄສເສດຖະກິດດີຈີຕອນຫວຽດນາມ 2018

(VOVWORLD) -ເວທີປາໄສຄັ້ງນີ້ ມີເປົ້າໝາຍຕົ້ນຕໍ ແມ່ນແບ່ງປັນວິໄສທັດຍຸດທະສາດລະດັບຊາດ, ປະສົບການໃນການຜັນຂະຫຍາຍຕົວຈິງພື້ນຖານເສດຖະກິດດີຈີຕອນ ຢູ່ບັນດາອົງການຈັດຕັ້ງພາກລັດ ແລະ ວິສາຫະກິດ.
ເວທີປາໄສເສດຖະກິດດີຈີຕອນຫວຽດນາມ 2018 - ảnh 1ບັນດາຜູ້ແທນເລາະຊົມເວທີປາໄສເສດຖະກິດດີຈີຕອນຫວຽດນາມ 2018 (ພາບ: qdnd.vn)

ວັນທີ 01 ພະຈິກ, ຢູ່ນະຄອນໂຮ່ຈີມິນ, ສະມາຄົມວິທະຍາສາດ ແລະ ນັກຊ່ຽວຊານ ຫວຽດນາມທົ່ວໂລກ ໄດ້ສົມທົບກັບ ສູນຊັອບແວ ກວາງຈູງ ແລະສະຖາບັນຄົ້ນຄວ້າພັດທະນານະຄອນໂຮ່ຈີມິນ ຈັດຕັ້ງ ເວທີປາໄສເສດຖະກິດດີຈີຕອນຫວຽດນາມ 2018 ພາຍໃຕ້ຫົວຂໍ້ວ່າ: ສິ່ງທ້າທາຍ ແລະ ມາດຕະການຍຸດທະສາດສໍາລັບວິສາຫະກິດຂະໜາດກາງ ແລະນ້ອຍ ໃນການປະຕິວັດອຸດສາຫະກໍາຄັ້ງທີ 4”. ເວທີປາໄສຄັ້ງນີ້ ມີເປົ້າໝາຍຕົ້ນຕໍ ແມ່ນແບ່ງປັນວິໄສທັດຍຸດທະສາດລະດັບຊາດ, ປະສົບການໃນການຜັນຂະຫຍາຍຕົວຈິງພື້ນຖານເສດຖະກິດດີຈີຕອນ ຢູ່ບັນດາອົງການຈັດຕັ້ງພາກລັດ ແລະ ວິສາຫະກິດ.

        ກ່າວຄໍາເຫັນທີ່ເວທີປາໄສ, ທ່ານ ຫງວຽນແທ່ງຮືງ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ມີຄວາມປາດຖະໜາຢາກໃຫ້ບັນດານັກຊ່ຽວຊານແບ່ງປັນບົດຮຽນກ່ຽວກັບການຜັນຂະຫຍາຍໂຄງລ່າງດີຈີຕອນຢ່າງມີປະສິດທິຜົນໃນການຄຸ້ມຄອງ ບໍລິຫານ, ສະໜອງການບໍລິການສາທາລະນະ, ກ່ອນອື່ນໝົດແມ່ນໃນການຂົງເຂດກ່ຽວຂ້ອງເຖິງວິສາຫະກິດ ແລະ ປະຊາຊົນ ຄື ການສຶກສາ, ສາທາລະນະສຸກ, ການຄົມມະນາຄົມ, ກະສິກໍາ.


ຕອບກັບ

ຂ່າວ/ບົດ​ອື່ນ