(vovworld) - ດ້ວຍຫົວຂໍ້ວ່າ “ເຕີບໂຕຂຽວ ແລະ ສ້າງໂຄງປະກອບເສດຖະກິດຫວຽດນາມຄືນໃໝ່“.ເວທີປາໄສເສດຖະກິດຫວຽດນາມ 2014 ໂດຍກະຊວງແຜນການ ແລະ ການລົງທຶນ ສົມທົບກັບຄະນະເສດຖະກິດສູນກາງຈັດຕັ້ງໃນວັນທີ 24/10, ຢູ່ຮ່າໂນ້ຍ. ທີ່ເວທີປາໄສ, ບັນດາຜູ້ແທນຖືວ່າ, ໃນວິວັດການເຊື່ອມໂຍງກັບສາກົນຂອງຫວຽດນາມ, ການເລືອກເຟັ້ນຮູບແບບເຕີບໂຕຂຽວແມ່ນມີຄວາມຈຳເປັນ. ແຕ່ຕາມ ດຣ, ຫງວຽນທີເຕ້ຍແອງ, ຮອງຫົວໜ້າສະຖາບັນຄົ້ນຄ້ວາຄຸ້ມຄອງເສດຖະກິດສູນກາງແລ້ວ, ເລື່ອງຫັນປ່ຽນໂຄງປະກອບຕາມທິດເຕີບໂຕຂຽວຂອງຫວຽດນາມ, ນອກຈາກກາລະໂອກາດທີ່ສະດວກນັ້ນ, ຍັງຕ້ອງຮັບມືກັບການທ້າທາຍຫຼາຍຢ່າງ:
"ເພື່ອຫັນປ່ຽນໂຄງປະກອບຕາມທິດເຕີບໂຕຂຽວຈຳເປັນຕ້ອງຍູ້ແຮງບັນຫາສ້າງໂຄງປະກອບຄືນໃໝ່ ແລະ ຫັນປ່ຽນຮູບແບບເຕີບໂຕເຊິ່ງພວກເຮົາພວມປະຕິບັດ. ຫັນປ່ຽນຕາມທິດບຸລິມາສິດພັດທະນາບາງຂະແໜງທີ່ໃຊ້ພະລັງນ້ອຍ, ຕາມທິດຜະລິດຂຽວ ແລະ ຫຼຸດຜ່ອນບັນດາຂະແໜງໃຊ້ພະລັງງານຫຼາຍ. ຕ້ອງມີການສົມທົບລະຫວ່າງບັນດາອົງການ, ລະຫວ່າງອົງການກັບວິສາຫະກິດ, ເຮັດຄືແນວໃດເພື່ອໃຫ້ຍຸດທະສາດເຕີບໂຕຂຽວປະກົດຜົນເປັນຈິງ“.