ເສດຖະກິດຫວຽດນາມ ກັບ 3 ບຸກທະລຸ ຍຸດທະສາດໃນປີ 2014

ເສດຖະກິດຫວຽດນາມ ກັບ 3 ບຸກທະລຸ ຍຸດທະສາດໃນປີ 2014 - ảnh 1
(ພາບປະກອບ)

(vovworld) – ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ບັນຫາ​ຕົ້ນ​ຕໍ່​ຂອງ​ເວທີ​ປາ​ໄສ​ເສດຖະກິດ​ລະດູ​ໃບ​ໄມ້​ຫຼົ່ນ 2013 ​ເຊິ່ງດຳ​ເນີນ​ໃນ​ວັນ​ທີ 26/9, ຢູ່​ນະຄອນ​ເຫວ໋.

ກ່ຽວ​ກັບ​ແງ່​ຫວັງ​ເສດຖະກິດ​ໃນ​ປີ 2014, ຜູ້​ແທນ​ສ່ວນ​ຫຼາຍ​ໄດ້​ຢືນຢັນ​ວ່າ ຫວຽດນາມ​ຈະ​ພົບ​ປະ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ລະດັບ​ເຕີບ​ໂຕ​ບັນລຸ​ພຽງ 5,5%. ດັ່ງ​ນັ້ນ​ຄາດໝາຍຂອງ​ປີ 2014 ​ແມ່ນ​ຕ້ອງ​ເຕົ້າ​ໂຮມ​ເຂົ້າ​ໃນ 3 ຈຸດ​ສຸມ: ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຮັກສາ​ລະດັບ​ເຕີບ​ໂຕ​ຢ່າງ​ໝັ້ນຄົງ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ວິ​ສາ​ຫະກິດ; ປັບປຸງ​ບັນຫາ​ວຽກ​ເຮັດ​ງານ​ທຳ, ລາຍ​ຮັບ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ທຸກ​ຊັ້ນ.

ທີ່​ເວທີ​ປາ​ໄສ, ບັນດາ​ຜູ້​ແທນ​ກໍ່​ຕີ​ລາຄາ​ຜົນ​ຂອງ​ການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ​ປີ 2013; ການ​ສ້າງ​​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່ ​ແລະ ການ​ປ່ຽນ​ໃໝ່​ຮູບ​ແບບ​ເຕີບ​ໂຕ​ຢູ່​ຫວຽດນາມ; ​ປ່ຽນ​ໃໝ່ການ​ແບ່ງ​ຂັ້ນ​ໃນ​ການ​ປະຕິ​ຮູບ​ລະບຽບ​ກົດໝາຍ.

 

ຂ່າວ/ບົດ​ອື່ນ