ເສດຖະກິດ ຫວຽດນາມ ຈະຄ່ອຍໆຟື້ນຕົວ ນັບແຕ່ປີ 2014

ເສດຖະກິດ ຫວຽດນາມ ຈະຄ່ອຍໆຟື້ນຕົວ ນັບແຕ່ປີ 2014 - ảnh 1
(ພາບປະກອບ)

​(vovworld) – ເສດຖະກິດ​ຫວຽດນາມ ຈະ​ຄ່ອຍ​ໆຟື້ນ​ຕົວ​ນັບ​ແຕ່​ປີ 2014, ນີ້​ແມ່ນ​ຂໍ້​ສັງ​ເກດ​ຖືກ​ຍົກ​ອອກ​ມາ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ “​ແງ່​ຫວັງ​ເສດຖະກິດ​ຫວຽດນາມ​ປີ 2014“ ​ເຊິ່ງດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 12/12 ຢູ່​ຮ່າ​ໂນ້ຍ. ຕາມ​ສູນ​ສື່​ຂ່າວ ​​ແລະ​ຄາດ​ຄະ​ເນ​ເສດຖະກິດ - ສັງຄົມ​ແຫ່ງ​ຊາດ ທີ່​ຂຶ້ນ​ກັບ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ແລ້ວ, ຄາດ​ວ່າ​ປີ 2014-2015, ​ເສດຖະກິດ​ຈະ​ຄ່ອຍໆ​ຟື້ນ​ຕົວ, ​ໄພ​ເງິນ​ເຟີ້​ອາດ​ຈະ​ໄດ້​ຮັບ​ການ​ຄວບ​ຄຸມ​ໃນ​ລະດັບ 1 ຕົວເລກ. ທ່ານ ດ່ວານ​ຮົ່ງກວາງ, ນັກ​ຊ່ຽວຊານ​ດ້ານ​ເສດຖະກິດ​ຂອງ​ທະ​ນາຄາ​ນ​ໂລກ​ປະຈຳ​ຫວຽດນາມ, ​ໃຫ້​ຂໍ້​ສັງ​ເກດ​ວ່າ:

“ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ​ໄດ້ຕີ​ລາຄາ​ລວມ​ໂດຍ​ໃຫ້​ຮູ້​ວ່າ, ບົນ​ພື້ນຖານ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ບັນດາ​ວິ​ສາ​ຫະກິດ​ຈະຄ່ອຍໆ​ໄດ້​ຮັບ​ການ​ຟື້ນຟູ, ກໍ່​ຄື​ໄພ​​ເງິນ​ເຟີ້​ຈະ​ໄດ້​ຮັບ​ການ​ຄວບ​ຄຸມ, ດັດຊະນີ​ຂອງ​ບັນດາ​ນັກ​ຄຸ້ມ​ຄອງ​ການ​ຊື້​ຂາຍ (PMI) ກໍ່​ເພີ່ມ​ຂຶ້ນ... ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ​ປີ 2014ສະພາບ​ເສດຖະກິດຈະ​ດີກ​ວ່າ​ປີ 2013 “.

 

ຂ່າວ/ບົດ​ອື່ນ