ເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ ຕ້ອນຮັບຜູ້ບັນຊາການກອງທັບອາກາດປາຊີຟິກ ອາເມລິກາ

(VOVWORLD) - ຫວຽດນາມ ແລະ ອາເມລິກາ ກຳນົດການພົວພັນຄູ່ຮ່ວມມືຮອບດ້ານ ແມ່ນພື້ນຖານເພື່ອນຳການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່, ນັບມື້ນັບແທດຈິງ ແລະ ມີປະສິດທິຜົນກວ່າ.
ເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ ຕ້ອນຮັບຜູ້ບັນຊາການກອງທັບອາກາດປາຊີຟິກ ອາເມລິກາ - ảnh 1 ທ່ານພົນໂທ ຟານວັນຢາງຕ້ອນຮັບ ທ່ານພົນໂທ Terrence J. O’ shaughnessy (ພາບ: qdnd.vn)

ຕອນບ່າຍວັນທີ 14 ທັນວາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຟານວັນຢາງ, ເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນເທດ, ໄດ້ຕ້ອນຮັບ ທ່ານພົນໂທ Terrence J. O’ shaughnessy, ຜູ້ບັນຊາການກອງທັບອາກາດປາຊີຟິກ ອາເມລິກາ ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

        ທີ່ການຕ້ອນຮັບ, ທ່ານພົນໂທ Terrence J. O’ shaughnessy ໄດ້ແຈ້ງຜົນຂອງການເຮັດວຽກກ່ອນໜ້ານັ້ນລະຫວ່າງຄະນະບັນຊາການກອງທັບອາກາດປາຊີຟິກ ແລະ ເຫຼົ່າທັບປ້ອງກັນອາກາດ-ເຫຼົ່າທັບອາກາດ ຫວຽດນາມ; ໃນນັ້ນ, ສອງຝ່າຍໄດ້ແລກປ່ຽນບາງເນື້ອໃນ, ວິທີການຮ່ວມມືລະຫວ່າງກຳລັງກອງທັບອາກາດສອງປະເທດໃນໄລຍະຈະມາເຖິງ.

        ທ່ານພົນໂທ ຟານວັນຢາງ ຖືວ່າເລື່ອງ ຫວຽດນາມ ແລະ ອາເມລິກາ ກຳນົດການພົວພັນຄູ່ຮ່ວມມືຮອບດ້ານ ແມ່ນພື້ນຖານເພື່ອນຳການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່, ນັບມື້ນັບແທດຈິງ ແລະ ມີປະສິດທິຜົນກວ່າ. ເຫັນດີເປັນເອກະພາບກັບໝາກຜົນຂອງການເຮັດວຽກລະຫວ່າງສອງຄະນະ, ທ່ານພົນໂທ ຟານວັນຢາງ ສະເໜີກຳລັງກອງທັບອາກາດສອງປະເທດ ສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ລົງເລິກເຂົ້າການຮ່ວມມືໃນຂົງເຂດແລກປ່ຽນຂໍ້ມູນຂ່າວສານ; ແບ່ງປັນບົດຮຽນການກູ້ໄພ, ກູ້ຊີບ ຢູ່ທະເລ; ຄົ້ນຄວ້າການແພດກອງທັບອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ