ເຫດບຸກໂຈມຕີກໍ່ການຮ້າຍຢູ່ຊີນຈຽງປະເທດຈີນເຮັດໃຫ້ສາມັນຊົນ37ຄົນຖືກເສຍຊີວິດ

ເຫດບຸກໂຈມຕີກໍ່ການຮ້າຍຢູ່ຊີນຈຽງປະເທດຈີນເຮັດໃຫ້ສາມັນຊົນ37ຄົນຖືກເສຍຊີວິດ - ảnh 1
ຕຳຫລວດ ຊີນຈຽງ ປ້ອງກັນບໍລິເວນເກີດເຫດ
ພາບ:Reuters


(vovworld)- ​ວັນ​ທີ 3/8, ​ເຈົ້າ​ຫນ້າ​ທີ່​ໃຫ້​ຮູ້​ວ່າ: ມີ​ສາມັນ​ຊົນ 37 ຄົນ​ຖືກ​ເສຍ​ຊີວິດ ​ແລະ ອີກ 13 ຄົນ​ຖືກ​ບາດ​ເຈັບ​ໃນເຫດ​ບຸກ​ໂຈມ​ຕີ​ທີ່​ເກີດ​ຂຶ້ນໃນ​ຕອນ​ເຊົ້າ​ວັນ​ທີ 28/7 ຢູ່​ເທດສະບານ ຊາ​ຈີ​ ຂຶ້ນ​ກັບ​​ເຂດ​ປົກຄອງ​ດ້ວຍ​ຕົນ​ເອງ  ຊີ​ນຈຽງ ປະ​ເທດ​ຈີນ ​. ​ເຫດ​ບຸກ​ໂຈມ​ຕີ​ດັ່ງກ່າວ​ເກີດ​ຂຶ້ນ​ເມື່ອ​ມີກຸ່ມ​ຄົນ​ຫນຶ່ງ​ໄດ້​ນຳ​ໃຊ້​ມີດ ​ບຸກ​ໂຈມ​ຕີ​ປ້ອມ​ຕຳຫລວດ ​ແລະ ຫ້້ອງການ​ປົກຄອງບ້ານ ອີ​ລີກ​ກູ. ຫລັງ​ຈາກ​ນັ້ນ ຜູ້​ບຸກ​ໂຈມ​ຕີຈຳນວນ​ຫນຶ່ງ​ສືບ​ຕໍ່​ໄປ​ຍັງ​ບ້ານ ຮວາງ​ດີ ບຸກ​ໂຈມ​ຕີ​ປະຊາຊົນ ​ແລະ ມ້າງ​ທຳລາຍພາຫະນະ​ສັນ​ຈອນ 31 ຄັນ. ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ໃຫ້​ຮູ້​ວ່າ:  ຕຳຫລວດ​ໄດ້​ດັບ​ສູນ​ພວກ​ກໍ່​ກາ​ນຮ້າຍ 59 ຄົນ ​ແລະ ອີກ 215 ຄົນຖືກຈັບ​ຄຸ້ມ​ຂັງ.

ຕອບກັບ

ຂ່າວ/ບົດ​ອື່ນ