ເອົາໃຈໃສ່,ສ້າງບັນດາ ນະໂຍບາຍສຳລັບຜູ້ມີ ຄຸນງາມຄວາມດີຕໍ່ ປະເທດຊາດເປັນສົມບູນແບບ


ເອົາໃຈໃສ່,ສ້າງບັນດາ ນະໂຍບາຍສຳລັບຜູ້ມີ ຄຸນງາມຄວາມດີຕໍ່ ປະເທດຊາດເປັນສົມບູນແບບ - ảnh 1

(ພາບ: tinmoi.vn)

(vovworld) –ວັນ​ທີ 28/6, ທ່ານ​ຫງວຽນ​ທ້ຽນ​ເຍິນ, ປະທານ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ຄະນະ ສສຊ ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງກອງ​ພົນ 352 (ກອງ​ພົນ​ໃຫ່ຍ 2) ຕັ້ງຢູ່​ຕາ​ແສງ​ຮົ່ງຢາງ, ​ເມືອງ​ລຸກ​ງ້າ​ນ, ​ແຂວງ​ບັກ​ຢາງ.

  ຕາງໜ້າບັນດາ ສສຊ ​ແຂວງ​ບັກ​ຢາງ, ທ່ານ​ຫງວຽນ​ທ້ຽນ​ເຍິນ ​ໄດ້​ຮັບ​ຟັງ, ຕອບ​ບັນດາ​ຄຳ​ຖາມ​, ຂໍ້​ສະ​ເໜີຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງພ້ອມ​ທັງ​ໃຫ້​ຮູ້​ວ່າ: ຈະລາ​ຍ ງານບັນດາ​ເນື້ອ​ໃນທີ່​ກ່ຽວຂ້ອງ​ຕໍ່ລັດຖະບານ, ບັນດາ​ອົງການ​ມີ​ສິດ​ອຳນາດ​ເພື່ອ​ພິຈາລະນາ, ​ແກ້​ໄຂ. ​ ທ່ານ​ຫງວຽນ​ທ້ຽນ​ເຍິນ ຊີ້​ແຈ້ງວ່າ: ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ​ແລະ ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ເຊັນ​ໂຄງການ​ສົມທົບ​ກັນ​ປະຕິບັດ​ການ​ກວດກາ​ຂະໜາດ​ໃຫ່ຍນະ​ໂຍບາຍ​ສຳລັບ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ປະ​ເທດ​ຊາດ​ໃນ​ໄລຍະ 2014-2015.

  ກ່ຽວ​ກັບ​ບັນຫາ​ປະລິນຍາ​ຕີ​ຈົບ​ຈາກ​ມະຫາວິທະຍາ​ໄລ​ບໍ່​ທັນມີ​ວຽກ​ເຮັດ​ງານ​ທຳ, ສາຍ​ເຫດ​ຂອງ​ສະພາບ​ການ​ດັ່ງກ່າວ​ແມ່ນຍ້ອນ​ໃນ​ໄລຍະ​ຍາວ​ນານ, ຫວຽດນາມ ບໍ່​ມີ​ແຜນການ​ພັ​ດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​. ທ້າຍ​ປີ 2010, ທ່ານ​ນາຍົກລັດຖະ ມົນຕີຫວຽດນາມ ​ໄດ້​ເຊັນ​ອະນຸມັດ​ແຜນການພັ​ດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ ຂອງ​ປະ​ເທດ​ຊາດ​ເປັນ​ຄັ້ງທຳ​ອິດ, ຈາກ​ນັ້ນ, ບັນດາ​ຂະ​ແໜງ​ການ, ທ້ອງ​ຖິ່ນ​ມີ​ຂໍ້​ອ້າງ​ອີງ​ເພື່ອ​ຜັນ​ຂະຫຍາຍ​ການວາງ​ແຜນ​ກຳນົດພັ​ດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ.

  ກ່ຽວ​ກັບ​ບ້ວງ​ເງິນ​ໜູນ​ຊ່ວຍ​ຕະຫຼາດ​ອະສັງຫາລິມະ​ຊັບ​ທີ່​ມີ​ມູນ​ຄ່າ 30.000 ຕື້​ດົ່ງ, ການ​ປ່ອຍ​ເງິນ​ຍັງ​ຊັກ​ຊ້າ​ແມ່ນ​ຍ້ອນ​ບັນດາ​ໂຄງການມີ​ຕາມ​ມາດຖານ​ເພື່ອ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ສະຫງວນ​ໃຫ້​ແກ່​ໂຄງການ​ເຮືອນ​ຢູ່​ລາຍ​ຮັບ​ຕ່ຳ​ຍັງ​ນ້ອຍ, ນອກຈາກ​ນັ້ນຍັງ​ມີ​ຂໍ້​ຕິດ​ຂັດ​ໃນ​ບັນຫາ​ລະບຽບ​ການ​ຂອງ​ທະນາຄານ ​ແລະ ວິ​ສາ​ຫະກິດ./.

 

ຂ່າວ/ບົດ​ອື່ນ