ແຂກທ່ອງທ່ຽວຕ່າງປະເທດຫລາຍຄົນມາຢ້ຽມຢາມຫວຽດນາມໃນມື້ຕົ້ນປີໃຫມ່ສາກົນ2019

(VOVWORLD) -ຕອນເຊົ້າວັນທີ 1 ມັງກອນປີ 2019, ພະແນກທ່ອງທ່ຽວ ຮ່າໂນ້ຍ ສົມທົບກັບ ບໍລິສັດໃຫຍ່ການບິນ ຫວຽດນາມ, ທ່າອາກາດສະຍານສາກົນ ໂນ້ຍບາຍ ແລະບັນດາຫົວຫນ່ວຍກ່ຽວຂ້ອງ ຈັດຕັ້ງລາຍການຕ້ອນຮັບແຂກທ່ອງທ່ຽວສາກົນຜູ້ທຳອິດມາຢ້ຽມຢາມນະຄອນຫລວງ ຮ່າໂນ້ຍຊປີ 2019 ນັ້ນແມ່ນ ທ່ານ Timo Kuz ສັນຊາດ ເຢຍລະມັນ. 
ແຂກທ່ອງທ່ຽວຕ່າງປະເທດຫລາຍຄົນມາຢ້ຽມຢາມຫວຽດນາມໃນມື້ຕົ້ນປີໃຫມ່ສາກົນ2019 - ảnh 1 ນັກທ່ອງທ່ຽວຕ່າງປະເທດຫລາຍຄົນມາຢ້ຽມຢາມຫວຽດນາມໃນໂອກາດຕົ້ນປີໃຫມ່ 2019

ກ່າວຄຳເຫັນອວຍພອນແຂກທ່ອງທ່ຽວຜູ້ທຳອິດມາຢ້ຽມຢາມ ຮ່າໂນ້ຍ ດ້ວຍຖ້ຽວບິນຂອງບໍລິສັດການບິນ Vietnam Airlines ທ່ານ ເຈີນດຶກຫາຍ ຫົວຫນ້າພະແນກທ່ອງທ່ຽວງ ຮ່າໂນ້ຍ ໃຫ້ຮູ້ວ່າ: “ເລື່ອງເລືອກເຟັ້ນຮ່າໂນ້ຍ ໃນການໄປທ່ອງທ່ຽວຕົ້ນປີໃຫມ່ຂອງນັກທ່ອງທ່ຽວ ແມ່ນສິ່ງທີ່ເລີ່ມຕົ້ນອັນດີງາມ, ມີໂຊກມີໄຊ ແລະ ປະສົບຜົນສຳເລັດຫລາຍຢ່າງສຳລັບນັກທ່ອງທ່ຽວທ່ານເອງກໍ່ຄືສຳລັບຂະແຫນງທ່ອງທ່ຽວນະຄອນຫລວງ ຮ່າໂນ້ຍໃນປີ 2019.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ພະແນກທ່ອງທ່ຽວ ດາຫນັງ ກໍ່ໄດ້ຈັດຕັ້ງພິທີຕ້ອນຮັບຖ້ຽວບິນສາກົນທຳອິດລົງຈອດສະຫນາມບິນ ດາຫນັງ ໃນໂອກາດຕົ້ນປີໃຫມ່ສາກົນ 2019. ຖ້ຽວບິນ ມີໝາຍເລກ UO550 ຂອງບໍລິສັດການບິນ Hongkong Express ເດີນທາງຈາກ ຮົ່ງກົງ ໃນເວລາ 7 ໂມງ 50 ນາທີ ແລ ະ ລົງຈອດທີ່ສະຫນາມບິນສາກົນ ດາຫນັງ ໃນເວລາ 8 ໂມງ 50 ນາທີ ຂອງວັນທີ 1 ມັງກອນປີ 2019 ຂົນສົ່ງຜູ້ໂດຍສານ 180 ຄົນ ມາຢ້ຽມຢາມ ດາຫນັງ.

 

ຕອບກັບ

ຂ່າວ/ບົດ​ອື່ນ