ແຂວງດັກລັກຕ້ອງຍູ້ແຮງການສ້າງໂຄງປະກອບ ພື້ນຖານເສດຖະກິດຄືນໃໝ່

ແຂວງດັກລັກຕ້ອງຍູ້ແຮງການສ້າງໂຄງປະກອບ ພື້ນຖານເສດຖະກິດຄືນໃໝ່ - ảnh 1
ທ່ານຫງວຽນຊວນຟຸກເຮັດວຽກຢູ່ແຂວງ ດັກລັກ
(ພາບ: ສຳນັກຂ່າວສານ ຫວຽດນາມ)

(vovworld)- ໃນ​​ການ​ປະ​ຕິ​ບັດ​​ງານ ຢູ່​ໄຕ​ງວຽນ, ຕອນ​ເຊົ້າ​ວັນ​ທີ 21/6, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ ໄດ້​ເຮັດ​ວຽກ​ກັບ​ແຂວງ​ດັກ​ລັກ ກ່ຽວ​ກັບ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ ແລະ ຮັບ​ປະ​ກັນ​​ປ້ອງ​ກັນ​ຊາດ, ​ປ້ອງ​ກັນຄວາມ​ສະ​ຫງົບ. ກ່າວ​ຄວາມ​ເຫັນ​ນະ​ທີ່ນີ້,  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຫງວຽນ​ຊວນ​ຟຸກ ສະ​ເໜີໃຫ້​ແຂວງ​ດັກ​ລັກ​ແກ້​ໄຂ​ບັນ​ຫາ​ພື້ນ​ທີ່​ດິນ​ທຳ​ການ​ຜະ​ລິດ​ໃຫ້​ດີກວ່າ​ອີກ; ຮັບ​ປະ​ກັນ​ແຫຼ່ງ​ນ້ຳ​ຮັບ​ໃຊ້​ການ​ດຳ​​ເນີນ​ຊີ​ວິດ ແລະ ການ​ຜະ​ລິດ ​ໃຫ້ແກ່​ປະ​ຊາ​ຊົນ. , ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຮຽກ​ຮ້ອງ​ແຂວງ​ດັກ​ລັກ ​ປະ​ຕິ​ບັດ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃໝ່ ​ຢ່າງ​ຈະ​ແຈ້ງ ແລະ ​ແທດ​ຈິງກວ່າ​ອີກ ດ້ວຍ​ທັດ​ສະ​ນະ​ຕົ້ນ​ຕໍ​​ແມ່ນ​ຍູ້​ແຮງ​ການ​ຜະ​ລິດ​ກະ​ສິ​ກຳ, ເອົາ​ໃຈ​ໃສ່​ເປັນ​ສຳ​ຄັນ​ກວ່າ​ອີກ ໃນການ​ກໍ່ສ້າງ ແລະ ໂຄ​ສະ​ນາ​ເຜີຍ​ແຜ່ ​​ບັນ​ດາຜະ​ລິດ​ຕະ​ພັນ​, ເຄື່ອງ​ໝາຍ​ ​ຜະ​ລິດ​ຕະ​ພັນ​ກະ​ເສດ​ທີ່​ມີ​ຊື່​ສຽງ, ມີມູນ​ຄ່າ​ເສດ​ຖະ​ກິດ​ສູງ ​ຂອງ​ແຂວງ, ​ໄປຄຽງ​ຄູ່​ກັບ​ວຽກ​ງານ​ການ​ສຳ​ຜັດ, ເປີດກວ້າງ​ຕະຫຼາດ. , ທ່າຍ​ນາ​ຍົກ​ລັດ​ຖະ​ມົນ​ຕີ​  ສະ​ເໜີ​ແຂວງ​ດັກ​ລັກ​ ກວດ​ກາ​​ເນື້ອ​ທີ່​ດິນຄືນ​ໃໝ່, ມີ​ກົນ​ໄກ​ຈັດ​ສັນທີ່​ດິນທຳ​ການ​ຜະ​ລິດ, ດິນ​ປູກ​ຝັງ​ຢ່າງ​ເໝາະ​ສົມ, ຮັບ​ປະ​ກັນ​ໃຫ້​​ປະ​ຊາ​ຊົນ​ລ້ວນ​ແຕ່​ມີ​ດິນ​ປູກ​ຝັງ, ພັດ​ທະ​ນາ​ເສດ​ຖະ​ກິດເອ​ກະ​ຊົນ, ຄອບ​ຄົວ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່. , ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຊີ້​ນຳ​ແຂວງ​ດັກ​ລັກ ປະ​ຕິ​ບັດ​ວຽກ​ງານ​ກໍ່​ສ້າງ, ບຳ​ລຸງ​ຖັນ​ແຖວ​ພະ​ນັກ​ງານ, ລັດ​ຖະ​ກອນ​ໃຫ້​ດີ ເປັນ​ຕົ້ນ​ແມ່ນ​ໃນທ້ອງ​ຖິ່ນ​ທີ່ມີປະ​ຊາ​ຊົນ​ຊາວ​ເຜົ່າ​ສ່ວນ​ໜ້ອຍ, ​ສາດ​ສະ​ໜາ​ຕ່າງໆ ເປັນ​ຈຳ​ນວນຫຼວງຫຼາຍອາ​ໄສ​ຢູ່ຮ່ວ​ມ. ແຂວງ​ດັກ​ລັກ ​ກໍ່​​ຕ້ອງ​ປະ​ຕິ​ບັດ ​ບັນ​ດາ​ນະ​ໂຍ​ບາຍ​ຊົນ​ເຜົ່າ, ສາດ​ສະ​ໜາໃຫ້​ດີ; ເພື່ອ​ຍົກ​ສູງ​ຈິດ​ໃຈ​ດຳ​ເນີນ​ອາ​ຊີບ ແລະ ຍົກ​ສູງ​ດັດ​ສະ​ນີ​​ແກ່ງ​ແຍ່ງ, ປົວ​ແປງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ຢ່າງບໍ່​ຢຸດຢັ້ງ.

 


ຂ່າວ/ບົດ​ອື່ນ