ໂຄງການແຫ່ງຊາດກ່ຽວກັບການນຳໃຊ້ພະລັງານປະຢັດແລະມີປະສິດທິຜົນ

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຫາກໍ່ອະນຸມັດຜ່ານໂຄງການແຫ່ງຊາດກ່ຽວກັບການນຳໃຊ້ພະລັງງານປະຢັດ ແລະ ມີປະສິດທິຜົນ ໄລຍະ 2019 – 2030.

ໂຄງການໄດ້ວາງຄາດໝາຍລະອຽດໄລຍະຮອດປີ 2025, ບັນລຸລະດັບປະຢັດພະລັງງານແຕ່ 5 ຫາ 7% ຍອດການນຳໃຊ້ພະລັງງານໃນທົ່ວປະເທດ; ຫຼຸດຜ່ອນຄວາມເສຍຫາຍດ້ານພະລັງງານລົງລະດັບຕ່ຳກວ່າ 6,5%; ຫຼຸດຜ່ອນການນຳໃຊ້ພະລັງງານສະເລ່ຍໃຫ້ແກ່ບັນດາຂະແໜງ/ຂະແໜງການສະເພາະອຸດສາຫະກຳ ເມື່ອທຽບໃສ່ໄລຍະ 2015 – 2018; ຮັບປະກັນວ່າ 100% ວິສາຫະກິດຂົນສົ່ງທີ່ເປັນຈຸດສູມ ຈະມີລາຍການເຜີຍແຜ່ທັກສະບັນຊາພາຫະນະ/ເຕັກນິກໃນການຂຸດຄົ້ນ, ນຳໃຊ້ພາຫະນະຄົມມະນາຄົມໃຊ້ກົນຈັກ ຕາມທິດປະຢັດພະລັງງານ… ໜຶ່ງໃນບັນດາໜ້າທີ່ຕົ້ນຕໍຂອງໂຄງການ ແມ່ນສ້າງສູນຂໍ້ມູນຂ່າວສານພະລັງງານຫວຽດນາມ, ບັນດາຮາກຖານຂໍ້ມູນຂ່າວສານ, ການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານກ່ຽວກັບພະລັງງານ ແລະ ນຳໃຊ້ພະລັງງານປະຢັດ, ມີປະສິດທິຜົນ. ນອກຈາກນັ້ນ, ໂຄງການກໍ່ເພີ່ມທະວີກຳລັງຄວາມສາມາດກ່ຽວກັບການນຳໃຊ້ພະລັງງານປະຢັດ ແລະ ມີປະສິດທິຜົນ; ບຳລຸງສ້າງ, ເພີ່ມທະວີກຳລັງຄວາມສາມາດໃຫ້ພະນັກງານ, ອົງການຈຸດສຸມກ່ຽວກັບການນຳໃຊ້ພະລັງງານປະຢັດ.

ຕອບກັບ

ຂ່າວ/ບົດ​ອື່ນ