ອາຫານຫວຽດນາມທີ່ແນະນຳໃນສັບປະດາວັດທະນະທຳຫວຽດນາມຢູ່ແບນຊິກ
(ພາບ: vietnamplus.vn)
(vov) - ໃນລະຫວ່າງວັນທີ 29/9 – 5/10, ສະຖານທູດຫວຽດນາມປະຈຳແບນຊິກ ໄດ້ຈັດຕັ້ງການເຄື່ອນໄຫວວັດທະນະທຳຂະໜາດໃຫຍ່ຢູ່ນະຄອນຫຼວງບຮຸກແຊນ, ແຫ່ງລາຊະອານາຈັກແບນຊິກ, ເພື່ອແນໃສ່ໂຄສະນາວັດທະນະທຳຫວຽດນາມ, ປະກອບສ່ວນເປີດສາກການເຄື່ອນໄຫວວັດທະນະທຳຕ່າງໆເພື່ອຂຳ່ນັບຮັບຕ້ອນ 40 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ລາຊະອານາຈັກແບນຊິກ ໃນປີ 2013. ເຫດການທີ່ໜ້າສົນໃຈທີ່ສຸດໃນການເຄື່ອນໄຫວນີ້ແມ່ນເລື່ອງ ສະຖານທູດຫວຽດນາມ ປະຈຳແບນຊິກ ມອບຊຸດອາພອນປະຈຳຊາດຫວຽດນາມ ໃຫ້ແກ້ຮູບປັ້ນ ”ເດັກນ້ອຍ Mannekin - Pari”. ທ່ານ Pham Sanh Chau, ເອກອັກຄະລັດຖະທູດຫວຽດນາມ ປະຈຳລາຊະອານາຈັກແບນຊິກ, ໃຫ້ຮູ້ວ່າ:
”ປະຊາຄົມຊາວຫວຽດນາມອາໄສຢູ່ແບນຊິກ ແລະ ສະຖານທູດຫວຽດນາມປະຈຳແບນຊິກ ພາກພູມໃຈທີ່ສຸດເມື່ອໄດ້ມອບຊຸດອາພອນປະຈຳຊາດໃຫ້ແກ່ຮູບປັ້ນເດັກນ້ອຍ Mannekin – Pari. ນີ້ແມ່ນສະຖານທີ່ເຊິ່ງນັກທ່ອງທ່ຽວເຄີຍມາຢ້ຽມຢາມເປັນປະຈຳ, ແມ່ນສັນຍາລັກຂອງຊາວບຣຸກແຊນ ເວົ້າສະເພາະ ແລະ ຊາວແບນຊິກ ເວົ້າລວມ. ນີ້ກໍ່ແມ່ນໂອກາດເພື່ອໂຄສະນາພາບພົດຫວຽດນາມ. ຊຸດອາພອນປະຈຳຊາດຫວຽດນາມ ສະແດງໃຫ້ເຫັນວີນຍານຂອງຊາວຫວຽດນາມ, ນີ້ແມ່ນການສົມທົບລະຫວ່າງສອງພື້ນຖານວັດທະນະທຳ: ຝ່າຍຕາເວັນອອກ ແລະ ຝ່າຍຕາເວັນຕົກ”.
ໃນໂອກາດດຳເນີນສັບປະດາວັດທະນະທຳຫວຽດນາມຢູ່ແບນຊິກ ຍັງມີການເຄື່ອນໄຫວວັດທະນະທຳ, ອາຫານການກິນໃນລາດຊະວັງເຫວ໋, ງານວາງສະແດງຮູບພາບ ແລະ ຊຸດອາພອນປະຈຳຊາດ, ນັບທັງຊຸດອາພອນຂອງບັນດາເຜົ່າສ່ວນໜ້ອຍຢູ່ຫວຽດນາມ, ແນໃສ່ແນະນຳລັກສະນະຫຼາຍຮູບຫຼາຍແບບຂອງວັດທະນະທຳຫວຽດນາມ.