ໂທລະເລກຢ້ຽມຢາມຖາມຂ່າວກ່ຽວກັບຜົນເສຍຫາຍຈາກເຫດຝົນຕົກນໍ້າຖ້ວມ ແລະ ດິນເຊາະເຈື່ອນຢູ່ຍີ່ປຸ່ນ

(VOVWORLD) -ຝົນຕົກໜັກຢູ່ຫຼາຍແຂວງ, ພາໃຫ້ເກີດໄພນໍ້າຖ້ວມ ແລະ ດິນເຊາະເຈື່ອນ, ສົ່ງຜົນເສຍຫາຍຢ່າງໜັກໜ່ວງຕໍ່ຊີວິດອິນຊີ ແລະ ຊັບສິນຂອງປະຊາຊົນ

ໂດຍໄດ້ຮັບຂ່າວວ່າ ໃນຊຸມວັນຜ່ານມາຢູ່ບັນດາແຂວງພາກຕາເວັນຕົກ ຂອງ ຍີ່ປຸ່ນ, ຝົນຕົກໜັກຢູ່ຫຼາຍແຂວງ, ພາໃຫ້ເກີດໄພນໍ້າຖ້ວມ ແລະ ດິນເຊາະເຈື່ອນ, ສົ່ງຜົນເສຍຫາຍຢ່າງໜັກໜ່ວງຕໍ່ຊີວິດອິນຊີ ແລະ ຊັບສິນຂອງປະຊາຊົນ, ວັນທີ 8 ກໍລະກົດ 2018, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງໂທລະເລກຢ້ຽມຢາມຖາມຂ່າວເຖິງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe. ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິງມິນ ກໍໄດ້ສົ່ງໂທລະເລກຢ້ຽມຢາມຖາມຂ່າວເຖິງທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Taro Kono ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ