ໂອ້ລົມສົນທະນາ“65ປີແຫ່ງວັນສ້າງການພົວພັນຮຸງກາຣີ-ຫວຽດນາມ”
(ພາບປະກອບ)
(vovworld) - ການໂອ້ລົມສົນທະນາວິທະຍາສາດ ດ້ວຍຫົວຂໍ້ “65 ປີແຫ່ງວັນສ້າງການພົວພັນ ຮຸງກາຣີ - ຫວຽດນາມ” ຖືກຈັດຕັ້ງໃນວັນທີ 24/6 ຢູ່ໂຮງຮຽນວິທະຍາໄລ Zsigmond Kiraly, ນະຄອນຫຼວງ ບຸດດາແປດສ, ຮຸງກາຣີ. ກ່າວຄຳເຫັນໄຂການໂອ້ລົມສົນທະນາ, ທ່ານ ຫງວຽນແທງຕ໋ວນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ປະຈຳ ຮຸງກາຣີ ເນັ້ນໜັກວ່າ: ການພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ຮຸງກາຣີ ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດຄື: ການເມືອງ - ການຕ່າງປະເທດ, ເສດຖະກິດ - ການຄ້າ - ການລົງທຶນ, ການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຢີ ແລະ ບັນດາຂົງເຂດວັດທະນະທຳມະນຸດອື່ນໆ. ທ່ານເອກອັກຄະລັດຖະທູດຕີລາຄາສູງຄວາມໝາຍຂອງການໂອ້ລົມສົນທະນາ, ບົດບາດຂອງສະມາຄົມມິດຕະພາບ ຮຸງກາຣີ - ຫວຽດນາມ ໃນການປັບປຸງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ.
ບັນດາຜູ້ແທນເຂົ້າຮ່ວມການໂອ້ລົມສົນທະນາ ໄດ້ຮັບຟັງການທາບທາມຄວາມເຫັນຂອງບັນດານັກຮຽນຮູ້, ຜູ້ຕາງໜ້າກະຊວງການຕ່າງປະເທດ ແລະ ກະຊວງອຸດສາຫະກຳ - ການຄ້າ, ບັນດານັກຮົບເກົ່າກ່ຽວກັບ “ສັງລວມປະຫວັດສາດການພົວພັນມິດຕະພາບທີ່ເປັນມູນເຊື້ອ ຮຸງກະຣີ - ຫວຽດນາມ”, “ການພົວພັນທາງການທູດດ້ານວັດທະນະທຳ ຮຸງກາຣີ - ຫວຽດນາມ”, “ການພົວພັນຮ່ວມມືດ້ານເສດຖະກິດ ຫວຽດນາມ - ຮຸງກາຣີ”, “ຮຸງກາຣີ ດ້ວຍພາລະກໍໃນຄະນະຜູ້ແທນ 4 ຝ່າຍຕິດຕາມການປະຕິບັດສັນຍາ Paris ຢູ່ຫວຽດນາມ”, “ການສ້າງຕັ້ງ ແລະ ພັດທະນາຂອງສະມາຄົມມິດຕະພາບ ຮຸ່ງກາຣີ - ຫວຽດນາມ”./.