ໃນວັນທີ 16 ເມສາ, ມີຜູ້ຕິດເຊື້ອໂຄວິດ- 19 ຈຳນວນ 68.000 ຄົນ ໄດ້ຮັບການປິ່ນປົວຫາຍດີ

(VOVWORLD) -ໃນວັນທີ 16 ເມສາ, ມີຄົນເຈັບ ຕິດເຊື້ອໂຄວິດ- 19 ຈຳນວນ 68.330 ຄົນ ໄດ້ຮັບການປິ່ນປົວຫາຍດີ. ປະຈຸບັນ, ຈຳນວນກໍລະນີໄດ້ຮັບການປິ່ນປົວຫາຍດີແມ່ນ 8.931.374 ຄົນ
ໃນວັນທີ 16 ເມສາ, ມີຜູ້ຕິດເຊື້ອໂຄວິດ- 19 ຈຳນວນ 68.000  ຄົນ ໄດ້ຮັບການປິ່ນປົວຫາຍດີ - ảnh 1ພາບປະກອບ

    ນັບແຕ່ເວລາ 16 ໂມງຂອງວັນທີ 15 ເມສາຫາເວລາ 16 ໂມງຂອງວັນທີ 16 ເມສານີ້, ຫວຽດນາມໄດ້ມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ 18.474 ຄົນຢູ່ 62 ແຂວງ, ນະຄອນ.  ມາຮອດປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລວມທັງໝົດ 10.417.887 ຄົນ.

          ໃນວັນທີ 16 ເມສາ, ມີຄົນເຈັບ ຕິດເຊື້ອໂຄວິດ- 19 ຈຳນວນ 68.330 ຄົນ ໄດ້ຮັບການປິ່ນປົວຫາຍດີ. ປະຈຸບັນ, ຈຳນວນກໍລະນີໄດ້ຮັບການປິ່ນປົວຫາຍດີແມ່ນ 8.931.374 ຄົນ. ໃນ 24 ຊົ່ວໂມງຜ່ານມາ, ມີ 10 ຄົນເສຍຊີວິດຍ້ອນພະຍາດໂຄວິດ-19.

          ກ່ຽວກັບສະພາບການສັກຢາກັນພະຍາດ, ມາຮອດຕອນບ່າຍວັນທີ 16 ເມສານີ້, ທົ່ວປະເທດໄດ້ສັກວັກຊິນກັນ ໂຄວິດ-19 ໄດ້ 209,3 ລ້ານກ່ວາ ໂດສ.

ຕອບກັບ

ຂ່າວ/ບົດ​ອື່ນ