ໄຂກອງປະຊຸມຄັ້ງທີ4ຂອງຄະນະປະຈຳສະພາແຫ່ງຊາດ

ໄຂກອງປະຊຸມຄັ້ງທີ4ຂອງຄະນະປະຈຳສະພາແຫ່ງຊາດ - ảnh 1
ຄະນະປະຈຳ​ສະພາ​ແຫ່ງ​ຊາດ​ໄດ​​້​ໄຂກອງ​ປະຊຸມ​ຄັ້ງ​ທີ 4
(ພາບ: ສຳນັກຂ່າວສານ ຫວຽດນາມ)

(vovworld) –  ຕອນ​ເຊົ້າ​ວັນ​ທີ 3/10, ທີ່​ສຳນັກງານ​ສະພາ​ແຫ່ງ​ຊາດ, ຄະນະປະຈຳ​ສະພາ​ແຫ່ງ​ຊາດ​ໄດ​​້​ໄຂກອງ​ປະຊຸມ​ຄັ້ງ​ທີ 4 ດ້ວຍ ຫຼາຍ​ເນື້ອ​ໃນ​ສຳຄັນ, ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ສະ​​​ໄໝ​ສາມັນ​ຄັ້ງ​ທີ 2, ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ຄາ​ດວ່າ​ຈະ​​ໄຂ​ຂຶ້ນໃນ​ວັນ​ທີ 20/10 ຈະ​ມາ​ເຖິງ. ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ​້ປະກອບ​ຄຳ​ເຫັນ​​ຮ່າງ​ກົດໝາຍ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາ​ດຕາ​ຂອງ​ປະມວນ​ກົດໝາຍ​ອາຍາ​ປີ 2015. ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ສືບ​ຕໍ່​ປະ​ກອບ​ຄຳ​ເຫັນ​​ໃສ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການວາງ​ແຜນ. ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ກໍ່​ຈະ​ຮັບ​ຟັງ​ລັດຖະບານ, ສານ​ປະຊາຊົນ​ສູງ​ສຸດ, ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ​ລາຍ​ງານ​ກ່ຽວ​ກັບ​ວຽກ​ງານ​ແກ້​ໄຂ​ການ​ຮ້ອງ​ຟ້ອງ, ຮ້ອງທຸກ​ຂອງ​ພົນລະ​ເມືອງ​ປີ 2016.

        ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ກໍ່​ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ການ​ກະກຽມ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 2, ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ບົດ​ລາຍ​ງານ​ຂອງ​ລັດຖະບານ​ກ່ຽວ​ກັບ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ​ ​ແລະ ງົບປະມານ​ແຫ່ງ​ລັດ​ປີ 2016. 


ຂ່າວ/ບົດ​ອື່ນ