ໄຂກອງປະຊຸມລັດຖະມົນຕີການຕ່າງປະເທດກ່ຽວກັບສປປ.ເກົາຫຼີ ຢູ່ Vancouver

(VOVWORLD) - ຕອນທ່ຽງວັນທີ 16 ມັງກອນ, ຕາມເວລາເຂດທາງທິດຕາເວັນຕົກການາດາ (ຄ່ຳຄືນວັນດຽວກັນຕາມເວລາຮ່າໂນ້ຍ), ກອງປະຊຸມລັດຖະມົນຕີການຕ່າງປະເທດກ່ຽວກັບຄວາມໝັ້ນຄົງ ແລະ ສະຖຽນລະພາບໃນແຫຼມເກົາຫຼີ ໄດ້ໄຂຂຶ້ນຢ່າງເປັນທາງການ ຢູ່ນະຄອນ Vancouver ຂອງການາດາ.

ໄຂກອງປະຊຸມລັດຖະມົນຕີການຕ່າງປະເທດກ່ຽວກັບສປປ.ເກົາຫຼີ ຢູ່ Vancouver - ảnh 1ໄຂກອງປະຊຸມລັດຖະມົນຕີການຕ່າງປະເທດກ່ຽວກັບສປປ.ເກົາຫຼີ ຢູ່ Vancouver

(ພາບ: AFP/TTXVN)

ກອງປະຊຸມໂດຍອາເມລິກາ ແລະ ການາດາ ເປັນເຈົ້າພາບຮ່ວມກັນຈັດຕັ້ງ, ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າການທູດທີ່ມາຈາກ 20 ປະເທດ, ໃນນັ້ນມີລັດຖະມົນຕີການຕ່າງປະເທດ 11 ທ່ານ. ບັນດາຝ່າຍເຂົ້າຮ່ວມກອງປະຊຸມຢືນຢັນວ່າ, ຕ້ອງສືບຕໍ່ກໍ່ຄວາມກົດດັນ ແລະ ຮັກສາການລົງໂທດສຳລັບສປປ.ເກົາຫຼີ ເພື່ອບັງຄັບໃຫ້ປະເທດນີ້ປະລະໂຄງການນິວເຄຼຍຂອງຕົນ.

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດການາດາ Chrystia Freeland, ຖືວ່າ, ບັນດາປະເທດເຂົ້າຮ່ວມຕ້ອງມານະພະຍາຍາມຍົກສູງປະສິດທິຜົນຂອງບັນດາມາດຕະການລົງໂທດຄືໃນປະຈຸບັນສຳລັບສປປ.ເກົາຫຼີ. ໃນຂະນະນັ້ນ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ ເນັ້ນໜັກວ່າ “ພວກເຮົາຕ້ອງເພີ່ມທະວີການລົງໂທດ ເຊິ່ງສປປ.ເກົາຫຼີ ຕ້ອງທົດແທນໃຫ້ແກ່ການກະທຳຂອງຕົນ, ຈົນເຖິງຂະນະທີ່ອຳນາດການປົກຄອງພຽງຢາງ ຕ້ອງເຂົ້າຮ່ວມການເຈລະຈາເພື່ອດຳເນີນບັນດາການປຶກສາຫາລືທີ່ໜ້າໄວ້ເນື້ອເຊື່ອໃຈ”.

ຕອບກັບ

ຂ່າວ/ບົດ​ອື່ນ