ໄຂກອງປະຊຸມລັດຖະມົນຕີເສດຖະກິດອາຊຽນຄັ້ງທີ 44

ໄຂກອງປະຊຸມລັດຖະມົນຕີເສດຖະກິດອາຊຽນຄັ້ງທີ 44 - ảnh 1
(​ໄຂ​ກອງ​ປະຊຸມ​ລັດຖະມົນຕີ​ເສດຖະກິດ​ອາ​ຊຽນຄັ້ງ​ທີ 44)

(vovworld) -     ກອງ​ປະຊຸມ​ລັດຖະມົນຕີ​ເສດຖະກິດ​ບັນດາປະ​ເທດ​​ອາ​ຊຽນຄັ້ງ​ທີ 44 ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ ຖືກ​ດຳ​ເນີນ​ໄປ​​ໃນລະຫວ່າງ​ວັນ​ທີ 27 – 31/8 ຢູ່​ນະຄອນ​ທ່ອງ​ທ່ຽວ Siem Reap ​ແຫ່ງ​ລາຊະ​ອານາ​ຈັກ​ກຳປູ​ເຈຍ. ບັນດາ​ລັດຖະມົນຕີ​ເສດຖະກິດ​ອາຊຽນ ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ມາດ​ຕະການ ​ແລະ ​ແຜນການ​ຊຸກຍູ້​ການ​ເຊື່ອມ​ໂຍ​ງ​ເຂົ້າ​ກັບ​ເສດຖະກິດ​ພາຍ​ໃນ​ກຸ່ມ, ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ສ້າງ​ປະ​ສາ​ຄົມ​ເສດຖະກິດ​ອາ​ຊຽນ​ໃນ​ປີ 2015. ​ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ ​ເມື່ອ​ຕອນ​ເຊົ້າ​ວັນ​ທີ 27/8, ທ່ານ​ນາຍົກລັດຖະມົນຕີກຳປູ​ເຈຍ Hun Sen ​ໄດ້​ຊີ້​ແຈ້ງ​ ບັນດາ​ບຸລິມະສິດ​ຂອງ​ກອງ​ປະຊຸມ​ລັດຖະມົນຕີ​ເສດຖະກິດ​ອາ​ຊຽນຄັ້ງ​ທີ 44 ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ. ​ໃນ​ນັ້ນ​ໃຫ້​ບຸລິມະສິດ​ອັນ​ດັບ​ໜຶ່ງ​ແມ່ນ​ຊຸກຍູ້​ການກໍ່ສ້າງ​ປະ​ສາ​ຄົມ​ເສດຖະກິດ​ອາ​ຊຽນ ​ໃນ​ປີ 2015, ທີ່​ສອງ​ແມ່ນ​ຮັກ​ຮາ ​ແລະ ປັບປຸງ​ບົດບາດ​ໃຈກາງ​ຂອງ​ອາ​ຊຽນ ​ໃນ​ໂຄງ​ປະກອບ​ຮ່ວມ​ມື​ເສດຖະກິດ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ