ໄຂ​ກອ​ງ​ປະ​ຊຸມ​ສຸດຍອດ​ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ​ຢູ່ ປາ​ຣີ

(VOVWORLD) - ກອງປະຊຸມໄດ້ສຸມໃສ່ເຂົ້າຫຼາຍຫົວເລື່ອງ, ຂໍ້ສະເໜີຈາກບັນດາປະເທດ ພວມພັດທະນາຄື: ລົບລ້າງ, ການເງິນດິນຟ້າອາກາດ. 

ວັນທີ 22 ມິຖຸນາ, ບັນດາການນຳໂລກ ແລະ ນັກຊ່ຽວຊານ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດກ່ຽວກັບດິນຟ້າຢູ່ນະຄອນຫຼວງ ປາຣີ (ຝລັ່ງ) ເພື່ອຢັ້ງຢືນແຜນການຫຼຸດຜ່ອນຄວາມໜັກໜ່ວງໜິ້ສິນຂອງບັນດາປະເທດພວມມີລາຍຮັບຕ່ຳ ແລະ ເບີກຈ່າຍເງິນໃຫ້ແກ່ກອງທຶນເພື່ອດິນຟ້າອາກາດຕື່ມອີກຫຼາຍແຫ່ງ.

ກອງປະຊຸມໄດ້ສຸມໃສ່ເຂົ້າຫຼາຍຫົວເລື່ອງ, ຂໍ້ສະເໜີຈາກບັນດາປະເທດ ພວມພັດທະນາຄື: ລົບລ້າງ, ການເງິນດິນຟ້າອາກາດ. ເຖິງວ່າກອງປະຊຸມບໍ່ໄດ້ຮັບຄວາມມຸ່ງຫວັງທີ່ຈະ ຍົກອອກບັນດາການຕັດສິນທີ່ມີລັກສະນະຜູກມັດ, ແຕ່ບັນດາເຈົ້າໜ້າທີ່ເຂົ້າຮ່ວມການສ້າງແຜນການໃຫ້ແກ່ກອງປະຊຸມສຸດຍອດໃຫ້ຮູ້ວ່າ: ຄວນຍົກອອກ ບາງຄຳໝັ້ນສັນຍາຢ່າງແຮງກ່ຽວກັບການອຸປະຖຳໃຫ້ແກ່ບັນດາປະເທດທຸກຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ