ໄຂກອງປະຊຸມສຸດຍອດ ASEM 9 ຢູ່ວຽງຈັນ-ລາວ

ໄຂກອງປະຊຸມສຸດຍອດ ASEM 9 ຢູ່ວຽງຈັນ-ລາວ - ảnh 1
ASEM 9 ຖືກໄຂຂຶ້ນຢູ່ວຽງຈັນ
(ພາບ: vtv.vn)

(VOV)- ​​“​ເພື່ອນ​ມິດ​ເພື່ອ​ສັນຕິພາບ, ຄູ່​ຮ່ວມ​ມື​ເພື່ອ​ວັດທະ​ນາ​ຖາວອນ“ ​ແມ່ນ​ຫົວຂໍ້​ຂອງກອງ​ປະຊຸມສຸດ​ຍອດ​ອາຊີ-​ເອີ​ລົບ ຄັ້ງທີ 9, ຊື່​ງ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ບ່າຍວັນ​ທີ 5/11, ຢູ່​ວຽງ​ຈັນ-​ລາວ.​ເຂົ້າຮ່ວມ​ກອງ​ປະຊຸມ​ແມ່ນ​ປະ​ມຸກລັດ, ການ​ນຳ​ລັດຖະບານ​ບັນດາ​ປະ​ເທດ​ສະມາຊິກ, ຄະນະ​ກຳມະການ​ເອີ​ລົບ ​ແລະ ຄະນະ​ເລຂາ​ອາ​ຊຽນ.  ກ່າວ​ຄຳ​ປາ​ໄສ​ໄຂ​ກອງ​ປະຊຸມ, ທ່ານ​ເລຂາທິການ​ໃຫ່ຍ, ປະທານ​ປະ​ເທດ​ລາວ​ຈູ​ມມາລີ​ໄຊ​ຍະ​ສອນ ​ເນັ້ນໜັກ​ວ່າ:    ກອງ​ປະຊຸມສຸດ​ຍອດ​ອາຊີ-​ເອີ​ລົບ ຄັ້ງທີ 9 (ASEM 9 ) ​ແມ່ນ​ເຫດການ​ສຳຄັນ​ທີ່​ສຸດ​ບໍ່​ພຽງ​ແຕ່​ສຳລັບ​ການ​ຮ່ວມ​ມື​ໃນ ASEM ​ເທົ່າ​ນັ້ນ ຫາກ​ຍັງ​ປະກອບສ່ວນ​ປັບປຸງ​ທ່າ​ອ່ຽງ​​ໂອ້​ລົມ​ສົນທະນາ, ຮ່ວມ​ມື ​ແລະ ຮ່ວມສຳພັນ​ໃນ​ສອງ​ທະວີບ ​ແລະ ​ໃນ​ໂລກ​ອີກ​ດ້ວຍ. ​ໃນ​ບົດ​ກ່າວ​ປາ​ໄສ​ຂ່ຳນັບ​ຊົມ​ເຊີຍ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີລາວ ທອງ​ສິງ ທຳ​ມະ​ວົງ ​ໄດ້​ຢືນຢັນ​ວ່າ: :    ກອງ​ປະຊຸມສຸດ​ຍອດ​ອາຊີ-​ເອີ​ລົບ ຄັ້ງທີ 9 ​ສຸມ​ໃສ່​ແລກປ່ຽນ​ບັນດາ​ມາດ​ຕະການ​ສຳຄັນ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ ASEM ໃນການຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຊຸກຍູ້​ການຟື້ນ​ຟູ​ເສດຖະກິດ, ຮັບ​ມື​ກັບ​ບັນດາ​ການ​ທ້າຍ​ທາຍ​ທົ່ວ​ໂລກ.

  ພາຍຫຼັງ​ພິທີ​ໄຂ, ບັນດາທ່ານປະ​ມຸກລັດ, ການ​ນຳ​ລັດຖະບານ​ບັນດາ​ປະ​ເທດ​ສະມາຊິກ, ຄະນະ​ກຳມະການ​ເອີ​ລົບ ​ແລະ ຄະນະ​ເລຂາ​ອາ​ຊຽນ ​ໄດ້​ດຳ​ເນີນ​ວາລະ​ປະຊຸມ​ຄົບ​ຄະນະ​ຄັ້ງທີ 1 ດ້ວຍ​ຫົວ​ຂໍ້ “ບັນດາ​ບັນຫາ​ເສ​ດຖະກິດ-​ການ​ເງິນ“. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ສະ​ເໜີ​ວ່າ ASEM ຄວນ​ສ້າງ​ກຳລັງ​ໜູນ​ໃໝ່​ໃຫ້​ແກ່​ເສົາ​ຄ້ຳ​ຮ່ວມ​ມື​ເສດຖະກິດ​ຂອງ​ເວທີ​ປາ​ໄສ, ​ໂດຍ​ຜ່ານ​ການ​ສົມທົບ​ກັນປະຕິບັດນະ​ໂຍບາຍ​ເສດຖະກິດ-​ການ​ເງິນ​ຢ່າງ​ແນ້​ນ​ແຟ້ນ, ຜັນ​ຂະຫຍາຍ “​ແຜນການ​ດຳ​ເນີນ​ງານ​ຫັນ​ການ​ຄ້າ​ເປັນ​ສະ​ດວກ​ສະບາຍ“ ​ແລະ “​ແຜນການ​ດຳ​ເນີນງານ​ສົ່ງ​ເສີມ​ການ​ລົງທຶນ“ ຂອງ ASEM ຢ່າງ​ແຮງ​ກ່ວາ. ທ່ານ​ຍັງ​ຖື​ວ່າ ​ໃນ​ວິວັດ​ການ​ຮ່ວມ​ມື, ASEM ຄວນ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ບັນຫາ​ພັດທະນາ, ບັນດາ​ໂຄງການ​ເຊື່ອມ​ຈອດ​ພາກ​ພື້ນ ​ແລະ ລະຫວ່າງ​ພາກ​ພື້ນ, ຮັດ​ແຄບ​ຊ່ອງ​ວ່າງ​ການ​ພັດທະນາ ​ແລະ ຮັບປະກັນ​ຄວາມ​ດຸ່ນດຽງ​ປະ​ໂຫຍ​ດລະຫວ່າງ​ບັນດາສະ​ມາ​ຊິກ​ພັດທະນາ ​ແລະ ພວມ​ພັດທະນາ. ບັນດາ​ສະມາຊິກ ASEM ກໍ່​ຄວນ​ຍູ້​ແຮງ​ການ​ແລກປ່ຽນ​ບົດຮຽນ, ຮ່ວມມື​ກ່ຽວ​ກັບ​ການ​ຫັນປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ, ພັດທະນາ​ເສດຖະກິດ​ຂຽວ, ພິ​ເສດ​ແມ່ນ​ຂົງ​ເຂດ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ.

 

 

ຂ່າວ/ບົດ​ອື່ນ