ໄຂກອງປະຊຸມໃຫຍ່ຄັ້ງທີ 22 ສະພາສັນຕິພາບໂລກ​ຢູ່​ຮ່າ​ໂນ້ຍ

(VOVWORLD) -ຕອນບ່າຍວັນທີ 22/11, ຢູ່ຮ່າໂນ້ຍ, ກອງປະຊຸມໃຫຍ່ຄັ້ງທີ 22 ສະພາສັນຕິພາບໂລກໄດ້ຖືກໄຂຂຶ້ນ
ໄຂກອງປະຊຸມໃຫຍ່ຄັ້ງທີ 22 ສະພາສັນຕິພາບໂລກ​ຢູ່​ຮ່າ​ໂນ້ຍ - ảnh 1        ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ            ເຈີ່ນແທງເມີ້ນ ກ່າວຄຳເຫັນທີ່ພິທີ

     ກ່າວຄຳເຫັນທີ່ພິທີ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈີ່ນແທງເມີ້ນ ເນັ້ນໜັກວ່າ: ສັນຕິພາບ, ເອກະລາດ ແລະ ເສລີພາບແມ່ນຄວາມມຸ່ງມາດປາດຖະໜາອັນແຮງກ້າຂອງປະຊາຊົນຫວຽດນາມ ແລະ ແມ່ນເປົ້າໝາຍລຸລວງຂອງການປະຕິວັດຫວຽດນາມ. ທ່ານຮອງປະທານສະພາແຫ່ງຊາດເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຄັ້ງທີ 22 ຂອງສະພາສັນຕິພາບໂລກຈະກຳນົດທິດຍຸດທະສາດ, ສ້າງໂຄງການເຄື່ອນໄຫວຢ່າງມີປະສິດທິຜົນ ວາງອອກວິທີການແກ້ໄຂຢ່າງແທດຈິງ ແລະ ຍົກສູງປະສິດທິຜົນການເຄື່ອນໄຫວຂອງສະພາຢ່າງຕັ້ງໜ້າ. ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມສະກັດກັ້ນການປະທະກັນ, ສະກັດກັ້ນການແຂ່ງຂັນປະກອບອາວຸດ, ລົບລ້າງອາວຸດລ້າງຜານ, ຊຸກຍູ້ການເຄົາລົບຫຼັກການຂອງກົດໝາຍສາກົນ ແລະ ກົດບັດຂອງສະຫະປະຊາຊາດ. ສະພາຈະເຕົ້າໂຮມ ແລະ ເຕົ້າໂຮມກຳລັງຄວາມກ້າວໜ້າຂອງໂລກຢ່າງກວ້າງຂວາງ ໃນການຕໍ່ສູ້ເພື່ອສັນຕິພາບ, ການພັດທະນາ ແລະ ຄວາມກ້າວໜ້າຂອງສັງຄົມ. ທ່ານຮອງປະທານສະພາແຫ່ງຊາດ ເຈີ່ນແທງເມີ້ນ ຢືນຢັນວ່າ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ພ້ອມກັບບັນດາກຳລັງທີ່ຮັກຫອມສັນຕິພາບຂອງໂລກ, ປະກອບສ່ວນຢ່າງ ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບເຂົ້າໃນຄວາມມຸ່ງມາດປາດຖະໜາລວມຂອງປະຊາຊົນໃນໂລກ.

ໄຂກອງປະຊຸມໃຫຍ່ຄັ້ງທີ 22 ສະພາສັນຕິພາບໂລກ​ຢູ່​ຮ່າ​ໂນ້ຍ - ảnh 2ພິທີໄຂກອງປະຊຸມໃຫຍ່ຄັ້ງທີ 22 ສະພາສັນຕິພາບໂລກ (ພາບ: VOV5)

        ເລື່ອງ ຫວຽດນາມ ເປັນເຈົ້າພາບຈັດຕັ້ງ ກອງປະຊຸມໃຫຍ່ຄັ້ງທີ 22 ສະພາສັນຕິພາບ ໂລກ ແມ່ນຂີດໝາຍສຳຄັນ, ສະແດງ ໃຫ້ເຫັນນ້ຳໃຈສາມັກຄີສາກົນ, ບົດບາດ, ຄວາມຮັບຜິດຊອບ ແລະ ການປະກອບສ່ວນ ຢ່າງຕັ້ງໜ້າຂອງ ຫວຽດນາມ ເຂົ້າໃນ ຂະບວນການສ້າງສັນຕິພາບລວມຂອງມວນມະນຸດ. ນີ້ແມ່ນຂໍ້ສັງເກດຂອງຜູ້ແທນ ບາງທ່ານທີ່ເຂົ້າຮ່ວມກອງປະຊຸມ.

     ທ່ານນາງ Monisha Rios, ຜູ້ແທນມາຈາກຄະນະກຳມະການສັນຕິພາບ Pueto Rico ຢັ້ງຢືນວ່າ:

“ຂ້າພະເຈົ້າດີໃຈຫຼາຍເມື່ອໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້. ຂ້າພະເຈົ້າຖືວ່າ ສຳລັບປະເທດພວກຂ້າພະເຈົ້າ ແມ່ນມີຫຼາຍສິ່ງຫຼາຍຢ່າງຕ້ອງຮຽນຮູ້ຈາກຫວຽດນາມ, ກ່ຽວກັບການສ້າງສາພັດທະນາປະເທດສັນຕິພາບ. ບົດບາດ, ທີ່ຕັ້ງ ແລະ ການປະກອບສ່ວນຂອງ ຫວຽດນາມ ເຂົ້າໃນສະພາສັນຕິພາບໂລກ ແມ່ນມີຄວາມສຳຄັນທີ່ສຸດ”.

ທ່ານ Nuwan Kumarasinghe, ຜູ້ແທນຄະນະກຳມະການສັນຕິພາບສາມັກຄີ ສີລັງກາ ຖືວ່າ:

“ເປັນທີ່ຈະແຈ້ງແລ້ວວ່າ ການເຂົ້າຮ່ວມ, ການຮ່ວມມືຂອງ ຫວຽດນາມ ໃນສະພາສັນຕິພາບໂລກ ແມ່ນສຸດຍອດແທ້. ຫວຽດນາມ ໄດ້ເຂົ້າຮ່ວມ, ສະໜັບສະໜູນຢ່າງຕັ້ງໜ້າຕໍ່ບັນດາຂະບວນການສັນຕິພາບໂລກເປັນເວລາຫຼາຍປີ. ໃນອະນາຄົດ, ດ້ວຍບົດບາດ ແລະ ທີ່ຕັ້ງສາກົນທີ່ນັບມື້ນັບສູງຂອງຕົນ, ຫວຽດນາມ ຈະສືບຕໍ່ເປີດກວ້າງການເຄື່ອນໄຫວຂອງຕົນ, ປະກອບສ່ວນເຂົ້າໃນສະພາສັນຕິພາບໂລກ ໄດ້ຫຼາຍກວ່າອີກ”.

ຕອບກັບ

ຂ່າວ/ບົດ​ອື່ນ