ໄຂກອງປະຊຸມໃຫຍ່ຜູ້ແທນຄັ້ງທີ 17, ອົງຄະນະພັກນະຄອນຮ່າໂນ້ຍ

(VOVWORLD) -ຕອນເຊົ້າວັນທີ 12 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ 17, ອົງຄະນະພັກນະຄອນຮ່າໂນ້ຍ ຖືກໄຂຂຶ້ນຢ່າງເປັນທາງການ.

ໄຂກອງປະຊຸມໃຫຍ່ຜູ້ແທນຄັ້ງທີ 17, ອົງຄະນະພັກນະຄອນຮ່າໂນ້ຍ - ảnh 1 ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ 17, ອົງຄະນະພັກນະຄອນຮ່າໂນ້ຍ

(ພາບ: hanoi.gov.vn)

ກອງປະຊຸມໂດຍມີການເຂົ້າຮ່ວມຂອງຜູ້ແທນ 497 ທ່ານທີ່ຕາງໜ້າໃຫ້ສະມາຊິກພັກກວ່າ 45 ໝື່ນຄົນຂອງທົ່ວອົງຄະນະພັກນະຄອນ.

        ກອງປະຊຸມໃຫຍ່ມີໜ້າທີ່ສຳຫຼວດກວດກາຄືນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 16 ຂອງອົງຄະນະພັກນະຄອນ, ກຳນົດເປົ້າໝາຍ, ທິດທາງ, ໜ້າທີ່ກໍ່ສ້າງ, ພັດທະນານະຄອນຫຼວງໄລຍະ 2020 – 2025, ກຳນົດທິດຮອດປີ 2030 ແລະ ວິໄສທັດຮອດປີ 2045…

        ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ 17, ອົງຄະນະພັກນະຄອນຮ່າໂນ້ຍ ຈະອັດລົງໃນວັນທີ 13 ຕຸລາ.

ຕອບກັບ

ຂ່າວ/ບົດ​ອື່ນ