ໄຂງານຕະຫຼາດນັດ ສາກົນແລວເສດຖະກິດ ຕາເວັນອອກ- ຕາເວັນຕົກ-ດ່ານັງ 2013
Thanh Long -  
(ພາບປະກອບ)
(vovworld)-ຕອນເຊົ້າວັນທີ 8/8, ຢູ່ນະຄອນດ່ານັງ, ໄດ້ໄຂງານຕະຫຼາດນັດສາກົນການລົງທຶນ, ການຄ້າ, ການບໍລິການແລວເສດຖະກິດຕາເວັນອອກ-ຕາເວັນຕົກ-ດ່ານັງ 2013 ຢ່າງເປັນທາງການ. ງານຕະຫຼາດນັດແມ່ນໜຶ່ງໃນບັນດາການເຄື່ອນໄຫວສົ່ງເສີມການລົງທຶນ, ການຄ້າ ແລະ ການທ່ອງທ່ຽວສຳຄັນເພື່ອໃຫ້ບັນດາວິສາຫະກິດໃນແລວເສດຖະກິດຕາເວັນອອກ-ຕາເວັນຕົກ ແລະ ບັນດາປະເທດອາຊຽນ ແນະນຳ, ໂຄສະນາກ່ຽວກັບພາບພົດປະເທດຊາດ, ປຊຊ, ບັນດາຜະລິດຕະພັນທ່ອງທ່ຽວ…ກ່າວຄຳເຫັນທີ່ພິທີໄຂ, ທ່ານເຈິ່ງຕວນແອງ ຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ຖືວ່າ:
“ການເຂົ້າຮ່ວມຂອງວິສາຫະກິດ ອົງການຈັດຕັ້ງກ່ວາ 280 ແຫ່ງ ຈາກຫຼາຍປະເທດໃນແລວເສດຖະກິດຕາເວັນອອກ-ຕາເວັນຕົກ ກໍ່ຄືບັນດາປະເທດຄູ່ຮ່ວມມື ໄດ້ສະແດງໃຫ້ເຫັນພະລັງແຮງ ກໍ່ຄືຄວາມດູດດື່ມ ແລະ ບັນດາຄວາມສາມາດບົ່ມຊ້ອນ ຂອງການຮ່ວມມືໃນຂອບເຂດແລວເສດຖະກິດຕາເວັນອອກ-ຕາເວັນຕົກ ແລະ ບັນດາຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ….ຂອງດ່ານັງ ກໍ່ຄືຂອງເຂດເສດຖະກິດຈຸດສຸມທາງພາກກາງ “.
Thanh Long