ໄຂງານ Festival ອິນເດຍ ຢູ່ຫວຽດນາມ

ໄຂງານ Festival ອິນເດຍ ຢູ່ຫວຽດນາມ - ảnh 1
ງານ Festival ອິນ​ເດ​ຍ ຢູ່​ຫວຽດນາມ
(ພາບ: TTXVN)


(vovworld) - ງານ Festival ອິນ​ເດ​ຍ ​ໂດຍ​ສະຖານທູ​ດອິນ​ເດຍ ປະຈຳ​ຫວຽດນາມ, ກະຊວງ​ວັດທະນະທຳ​ອິນ​ເດຍ ສົມທົບ​ກັບ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ຈັດ​ຂຶ້ນ​ໃນ​ຕອນ​ຄໍ່​າວັນ​ທີ 05/03, ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ​ເວື​ອງຢີບຽນ ​ເນັ້ນ​ໜັກ​ວ່າ: ງານ Festival ອິນ​ເດ​ຍ ຢູ່​ຫວຽດນາມ ​ແມ່ນ​ການພິສຸດ​ໃຫ້​ເຫັນ​ກ່ຽວ​ກັບ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຫວຽດນາມ - ອິນ​ເດຍ. ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ​ອິນ​ເດຍ Ravindra Singh ກໍ່​ຢືນຢັນ​ວ່າ ຍາມ​ໃດ​ອິນ​ເດຍ ກໍ່​ຖື​ຫວຽດນາມ ​ເປັນ​ເສົ້າ​ຄ​້ຳທີ່​ຂາດ​ບໍ່​ໄດ້​ໃນ​ນະ​ໂຍບາຍ​ມຸ່ງ​ໄປ​ສູ່​ທິດ​ຕາ​ເວັນ​ອອກ, ​ໃນ​ຂອບ​ເຂດ​ອາ​ຊຽນ ​ແລະ ບັນດາ​ກົນ​ໄກ​ອື່ນໆ. ສ່ວນທ່ານ​ນາງເອກ​ອັກຄະ​ລັດຖະທູດ​ອິນ​ເດຍ ປະຈຳ​ຫວຽດນາມ Preeti Saran ​ເຊື່ອ​ໝັ້ນ​ວ່າ, ຜ່ານ​ລາຍ​ການ, ຜູ້​ຊົມ​ຫວຽດນາມ ມີ​ໂອກາດ​ຮັບ​ຊົມ​ບັນດາ​ລານກາ​ນ​ສິລະ​ປະ​ພິ​ເສດ ​ທີ່​ຕາງໜ້າ​ໃຫ້​ຫຼາຍ​ເຂດ​​ແຄ້ວ​ນ​ຂອງ​ອິນ​ເດຍ; ​ໃນ​ນັ້ນ​ມີ​ບັນດາ​ບົດ​ເພງ, ວາດ​ຟ້ອນ​ເຊິ່ງ​ໄດ້​ຮັບ​ການ​ຮັບ​ຮອງ​​ເປັນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ຂອງ​ມວນ​ມະນຸດຈາກ UNESCO.

        ງານ Festival ອິນ​ເດ​ຍ ຮັບ​ການຈັດ​ຕັ້ງ​ຢູ່ 3 ນະຄອນ​ໃຫຍ່​ຄື ຮ່າ​ໂນ້ຍ, ດ່າ​ນັ້ງ ​ແລະ ນະຄອນ​ໂຮ່ຈິ​ມິນ. ງານ Festival ອິນ​ເດ​ຍ ຈະ​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 15/03.

ຂ່າວ/ບົດ​ອື່ນ