ໄຂສັບປະດາວັດທະນະທຳລາວຢູ່ຫວຽດນາມ
(ພາບປະກອບຈາກ Dương Giang/TTXVN)
(vovworld) – ສັບປະດາວັດທະນະທຳ ລາວ ຢູ່ ຫວຽດນາມ ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 2/12, ຢູ່ນະຄອນ ໂຮ່ຈີມິນ, ເນື່ອງໃນໂອກາດສະເຫຼີມສະຫຼອງ 39 ປີແຫ່ງວັນສະຖາປະນາປະເທດ ສປປ ລາວ (2/12/1975 – 2/12/2014). ທີ່ພິທີໄຂ, ໄດ້ສະແດງບັນດາລາຍການຮ້ອງລຳທຳເພງພື້ນເມືອງເປັນເອກະລັກສະເພາະຂອງລາວ, ໃນນັ້ນມີຫຼາຍບົດເພງຍ້ອງຍໍຊົມເຊີຍຄວາມຮັກຕໍ່ປະເທດ ລາວ, ຍ້ອງຍໍຊົມເຊີຍນ້ຳໃຈມິດຕະພາບ, ການພົວພັນສະໜິດແໜ້ນ, ສາມັກຄີແບບພິເສດລະຫວ່າງ ຫວຽດນາມ - ລາວ. ກ່າວຄຳເຫັນທີ່ພິທີ, ທ່ານ ບົວເງິນ ຊາພູວົງ, ລັດຖະມົນຕີຊ່ວຍວ່າການກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ ຫວັງວ່າ: 2 ປະເທດຈະສືບຕໍ່ເສີມຂະຫຍາຍມູນເຊື້ອສາມັກຄີມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ ແລະ ຫວຽດນາມ. ທ່ານລັດຖະມົນຕີຊ່ວຍວ່າການກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຮິ່ງຫວີງອ໋າຍ ຢືນຢັນວ່າ: ເລື່ອງຈັດຕັ້ງ “ສັບປະດາວັດທະນະທຳລາວ ຢູ່ ຫວຽດນາມ” ແມ່ນກາລະໂອກາດ ເພື່ອໃຫ້ປະຊາຊົນ ຫວຽດນາມ ເຂົ້າໃຈກ່ຽວກັບປະເທດ, ວັດທະນະທຳລາວ ຍິ່ງກ່ວາອີກ, ປະກອບສ່ວນປັບປຸງ, ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ.
ພາຍຫຼັງພິທີໄຂຢູ່ນະຄອນ ໂຮ່ຈີມິນ, ສັບປະດາ ວັດທະນະທຳລາວ ຢູ່ ຫວຽດນາມ ຈະສືບຕໍ່ໄດ້ດຳເນີນໄປຢູ່ແຂວງ ເຫົ້າຢາງ ແລະ ແຂວງ ຫວີງລອງຮອດວັນທີ 7/12/2014 ຈຶ່ງຈະອັດລົງ.