ໄທຕ້ອນຮັບນັກທ່ອງທ່ຽວມາຈາກຫວຽດນາມຜູ້ທີ 1 ລ້ານຄົນໃນປີ 2018

(VOVWORLD) -ຄິດໄລ່ເຖິງວັນທີ 13 ທັນວາ, ນັກທ່ອງທ່ຽວຫວຽດນາມ ໄປຢ້ຽມຢາມ ໄທໃນປີ 2018 ບັນລຸລະດັບ 1 ລ້ານຄົນ.  ນາງ ເຢືອງທູຈາງ ມາຈາກ ຮ່າໂນ້ຍ ເດີນທາງດ້ວຍສາຍການບິນ Thai Airways International ໃນວັນທີ 13 ທັນວາ ໄດ້ຮັບລາງວັນພິເສດ ລວມມີ tour ທ່ອງທ່ຽວໃຫ້ສອງຄົນ, ປີ້ຍົນໄປກັບໃຫ້ສອງຄົນ ແລະ ບັດຂອງຂວັນລວມມູນຄ່າ 10.000 ບາດ(ເທົ່າກັບ 350 USD).
ໄທຕ້ອນຮັບນັກທ່ອງທ່ຽວມາຈາກຫວຽດນາມຜູ້ທີ 1 ລ້ານຄົນໃນປີ 2018 - ảnh 1 ພິທີຕ້ອນຮັບນັກທ່ອງທ່ຽວຫວຽດນາມມາຢ້ຽມຢາມໄທ ຜູ້ທີ 1 ລ້ານ

ເມື່ອຖືກຖາມກ່ຽວກັບແຜນການພັດທະນາຕະຫລາດທ່ອງທ່ຽວຫວຽດນາມ ໃນປີ 2019, ທ່ານ ຈັດທັນ ກຸນຊອນ ນະອະຢຸດທະຢາ ຮອງຜູ້ອຳນວຍການ Marketing ສາກົນ ຮັບຜິດຊອບພາກພື້ນ ອາຊີ ແລະ ປາຊີຟິກໃຕ້ ສັງກັດກົມໃຫຍ່ທ່ອງທ່ຽວໄທ  ເວົ້າວ່າ:

“ພວກຂ້າພະເຈົ້າຈະຮ່ວມມືຢ່າງແຫນ້ນແຟ້ນກັບບັນດາບໍລິສັດທ່ອງທ່ຽວ ແລະ ບໍລິສັດການບິນ ເພື່ອດຶງດູດນັກທ່ອງທ່ຽວຫວຽດນາມ ໄປຢ້ຽມຢາມໄທ. ປະຈຸບັນ ມີຫລາຍຖ້ຽວບິນມາໄທແລ້ວ ແຕ່ເຖິງຢ່າງໃດກໍ່ຕາມຍັງມີກາລະໂອກາດຫລາຍຢ່າງເພື່ອເພີ່ມຈຳນວນຖ້ຽວບິນ ຜ່ານນັ້ນ ເພີ່ມທະວີການເຊື່ອມຕໍ່ ແລະຊຸກຍູ້ນັກທ່ອງທ່ຽວຫວຽດນາມ ໄປຢ້ຽມຢາມໄທ ແລະກົງກັນຂ້າມ.”

ໄທແມ່ນຫນຶ່ງໃນບັນດາຕະຫລາດທ່ອງທ່ຽວຕ່າງປະເທດທີ່ດູດດື່ມສຳລັບນັກທ່ອງທ່ຽວຫວຽດນາມ, ດ້ວຍທ່າໄດ້ປຽບຫລາຍຢ່າງຄື: ມີຫລາຍສາຍການບິນລາຄາຖືກລະຫວ່າງຫວຽດນາມ ແລະ ໄທ. ປີ 2017, ໄທ ໄດ້ຕ້ອນຮັບນັກທ່ອງທ່ຽວມາຈາກຫວຽດນາມ ປະມານ 970.000 ຄົນ, ປະກອບສ່ວນຫລາຍສົມຄວນໃຫ້ແກ່ GDP ຂອງໄທ.

ຕອບກັບ

ຂ່າວ/ບົດ​ອື່ນ