ໄທ:ຜູ້ນຳຈັດການແຫ່ຂະບວນປະທ້ວງຖະແຫຼງປະຕິບັດບັ້ນເຄື່ອນໄຫວກະທຳເຮັດໃຫ້ນະຄອນຫຼວງບາງກອກຢຸດການເຄື່ອນໄຫວ
ຜູ້ແຫ່ຂະບວນປະທ້ວງຕ້ານລັດຖະບານຢູ່ ບາງກອກ
(ພາບ: AFP/TTXVN)
(vovworld) – ວັນທີ 30/1, ຜູ້ນຳຈັດການແຫ່ຂະບວນປະທ້ວງ ໄທ ສຸເທບ ເທືອກສຸບັນ ໄດ້ຖະແຫຼງຈະເຮັດໃຫ້ນະຄອນຫຼວງ ບາງກອກ ຖືກປິດປະຕູທັງໝົດໃນວັນຈັດຕັ້ງການເລືອກຕັ້ງ. ຕາມນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ໄທ ແລ້ວ, ຕຳຫຼວດນັບໝື່ນຄົນໄດ້ຜັນຂະຫຍາຍໃນທົ່ວປະເທດເພື່ອຮັບປະກັນຄວາມສະຫງົບໃຫ້ແກ່ການເລືອກຕັ້ງເມື່ອວັນທີ 2/2 ຈະມາເຖິງ. ໃນຂະນະນັ້ນ, ທ່ານສຸເທບ ເທືອກສຸບັນ ຢືນຢັນວ່າ: ບັນດາຜູ້ແຫ່ຂະບວນປະທ້ວງຈະເຕົ້າໂຮມເດີນຂະບວນຕາມຖະໜົນສາຍຕ່າງໆຮອດວັນຈັດການເລືອກຕັ້ງ ແລະ ພິເສດແມ່ນໃນວັນທີ 2/2, ຜູ້ແຫ່ຂະບວນປະທ້ວງຈະປິດລ້ອມບັນດາສະຖານທີ່ປ່ອນບັດ, ສະກັດກັ້ນປະຊາຊົນໄປປ່ອນບັດເລືອກຕັ້ງຢູ່ຕາມຖະໜົນສາຍຕ່າງໆ.
ລັດຖະບານ ໄທ ໄດ້ຕັດສິນໃຈດຳເນີນການເລືອກຕັ້ງຕາມແຜນການ ແລະ ມີການກະທຳແຂງກະດ້າງ ເມື່ອຮັບມືກັບການແຫ່ຂະບວນປະທ້ວງ. ກຳລັງຕຳຫຼວດໄດ້ຮັບການຜັນຂະຫຍາຍກຳລັງ 250.000 ຄົນ ແລະ ປະມານ 1.500 ກົມກອງປະຕິກິລິຍາໄວເພື່ອປົກປັກຮັກສາຄວາມປອດໄພໃຫ້ແກ່ວຽກງານຈັດການເລືອກຕັ້ງ.