ໄທ ເປິດປະຕູໃຫ້ແກ່ນັກທ່ອງທ່ຽວຕ່າງປະເທດນັບແຕ່ເດືອນ ພະຈິກ

(VOVWORLD) -ແຕ່ເດືອນ ທັນວາ, ໄທ ຈະອະນຸຍາດໃຫ້ບັນດາຮ້ານອາຫານ, ບັນດາຮາກຖານດຳເນີນທຸລະກິດຕ່າງໆຂາຍເຫຼົ້າ ເພື່ອຊຸກຍູ້ການທ່ອງທ່ຽວ ແລະ ຂົງເຂດບັນເທິງໃນໄລຍະຕ້ອນຮັບບຸນປີໃໝ່.
ໄທ ເປິດປະຕູໃຫ້ແກ່ນັກທ່ອງທ່ຽວຕ່າງປະເທດນັບແຕ່ເດືອນ ພະຈິກ - ảnh 1(ພາບປະກອບ: AFP)

ຕອນຄ່ຳວັນທີ 11 ຕຸລາ, ທ່ານນາຍົກລັດຖະມົນຕີໄທ ປະຍຸດ ຈັນໂອຊາ ໄດ້ມີບົດກ່າວປາໄສທາງໂທລະພາບແຫ່ງຊາດ, ຖະແຫຼງແຜນການເປີດປະຕູການທ່ອງທ່ຽວໃຫ້ແກ່ຊາວຕ່າງປະເທດນັບແຕ່ເດືອນ ພະຈິກ ຈະມາເຖິງ. ທ່ານນາຍົກລັດຖະມົນຕີ ປະຍຸຸດ ຈັນໂອຊາ ໃຫ້ຮູ້ວ່າ ແຕ່ເດືອນ ທັນວາ, ໄທ ຈະອະນຸຍາດໃຫ້ບັນດາຮ້ານອາຫານ, ບັນດາຮາກຖານດຳເນີນທຸລະກິດຕ່າງໆຂາຍເຫຼົ້າ ເພື່ອຊຸກຍູ້ການທ່ອງທ່ຽວ ແລະ ຂົງເຂດບັນເທິງໃນໄລຍະຕ້ອນຮັບບຸນປີໃໝ່. ນັກທ່ອງທ່ຽວແມ່ນມາຈາກ 10 ປະເທດທີ່ມີຄວາມສ່ຽງຕ່ຳ, ໄດ້ສັກວັກຊິນຄົບຖ້ວນ ແລະ ມີການວິໄຈມີຜົນເປັນລົບກັບໂລກລະບາດໂຄວິດ-19 ຈະໄດ້ຮັບອະນຸຍາດໃຫ້ເຂົ້າເມືອງ ໄທ ດ້ວຍທາງການບິນແບບບໍ່ຕ້ອງແຍກຕົວ. ບັນດາປະເທດ ອັງກິດ, ສິງກະໂປ, ເຢຍລະມັນ, ຈີນ ແລະ ອາເມລິກາ ແມ່ນບັນດາປະເທດທຳອິດທີ່ໄດ້ຊົມໃຊ້ນະໂຍບາຍດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ