ໜັງສືພິມເຍີນເຢີນເປີດເວັບໄຊ ເປັນພາສາຈີນ

ໜັງສືພິມເຍີນເຢີນເປີດເວັບໄຊ ເປັນພາສາຈີນ - ảnh 1

 (ພາບ:infonet.vn)

( vovworld ) – ຕອນ​ເຊົ້າວັນ​ທີ 30/8, ໜັງສືພິມ​ເຍີນ​ເຢີ​ນ ສຽງ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ຈັດ​ພິທີສະ​ເໜີ​ເວັບ​ໄຊ​ເປັນ​ພາສາ​ຈີນ​ຢ່າງ​ເປັນ​ທາງ​ການ. ​ເຂົ້າຮ່ວມ​ພິທີ​ມີ​ທ່ານ Dinh The Huynh ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ທ່ານ Huynh Ngoc Son ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ແລະ ຜູ້ຕາງໜ້າ​ອຸປະ​ທູດ​ຊົ່ວຄາວ​ສະຖານທູດ​ຈີນ ປະຈຳ​ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ Dinh The Huynh ຢືນຢັນ​ວ່າ: ​ເລື່ອງ​ໜັງສືພິມ​ເຍີນ​ເຢີ​ນ ສ້າງເວັບ​ໄຊ​ເປັນ​ພາສາ​ຈີນ ​ເພື່ອ​ແນ​ໃສ່​ຫັນ​ການ​ປະຕິບັດ​ຍຸດ​ທະ​ສາດ​ຖະ​ແຫຼ​ງຂ່າວ​ພົວພັນ​ກັບ​ຕ່າງປະ​ເທດ​ໃນ​ສະພາບ​ການ​ໃໝ່​ເປັນ​ລະອຽດ, ປະກອບສ່ວນ​ໂຄສະນາ, ​ແນະນຳ​ປະຫວັດສາດ, ວັດທະນະທຳ, ພາບພົດ​ປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ, ປະກອບສ່ວນ​ເພີ່ມ​ທະວີ​ສາຍ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ​ປະຊາຊົນ​ຫວຽດນາມ ​ແລະ ປະຊາຊົນ​ໂລກ, ​ໃນ​ນັ້ນມີ​ປະຊາຊົນ​ຈີນ. ທ່ານຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ Dinh The Huynh ຊີ້​ແຈ້ງວ່າ:

   “​ເພື່ອ​ປະຕິບັດ​ໜ້າ​ທີ່​ຂອງ​ຕົນ​ເປັນ​ຢ່າງ​ດີ, ຄະນະ​ບັນນາທິການໜັງສືພິມ​ເຍີນ​ເຢີ​ນ ​ແລະ ຖັນ​ແຖວ​ພະນັກງານ, ນັກ​ຂ່າວ​ຂອງ​ເວັບ​ໄຊ​ພາສາ​ຈີນ ຕ້ອງ​ຍົກ​ສູງ​ຄຸນ​ນະພາ​ບຂ່າວ, ບົດ, ຮູບ​ພາບ, ຮັບປະກັນ​ລັກສະນະ​​ແທ້​ຈິງ, ດຶງ​ດູດ​ໃຈ, ຮັບປະກັນ​ການ​ກຳນົດ​ທິດ​ດ້ານ​ການ​ເມືອງ​ທີ່​ຖືກຕ້ອງ“.

 

 

 

ຂ່າວ/ບົດ​ອື່ນ