(vovworld) - ວັນທີ 18/8, ບັນດານັກກວດກາສະຫະປະຊາຊາດ ໄດ້ໄປຮອດນະຄອນຫຼວງ Damacus ຂອງ ຊີຣີ ເພື່ອປະຕິບັດໜ້າທີ່ສືບສວນ ການປະທະກັນຢູ່ປະເທດນີ້ມີການນຳໃຊ້ອາວຸດເຄມີຫຼືບໍ່. ນີ້ແມ່ນພາລະກິດເຕັມໄປດ້ວຍການທ້າທາຍ ເຊິ່ງວົງການເຈົ້າໜ້າທີ່ສະຫະປະຊາຊາດຖືວ່າ: ອາດຈະແກ່ຍາວເປັນເວລາ 2 ອາທິດ, ໃນຂະນະທີ່ທັງລັດຖະບານ ຊີຣີ ແລະ ທະຫານລຸກຮືຂຶ້ນລ້ວນແຕ່ກ່າວຫາກັນນຳໃຊ້ອາວຸດເຄມີ. ໜ່ວຍນັກກວດກາ ໂດຍນັກຊ່ຽວຊານຊາວ ຊູແອດ Aake Sellstroem ນຳໜ້າຄາດວ່າຈະໄປຍັງ Khan Al Assal ເພື່ອສືບສວນ. ປະຈຸບັນ, Khan Al Assal ພວມຢູ່ໃຕ້ການຄວບຄຸມຂອງກຳລັງຝ່າຍຄ້ານ.