14 ປະເທດ ໄດ້ຈົດທະບຽນເຂົ້າຮ່ວມ Festival ເຫ້ວ 2012

ທ່ານ ຫງວຽນ​ຢູຍຮ່ຽນ ຫົວຫນ້າ​ສູນ Festival ​ເຫ້ວ ​ໃຫ້​ຮູ້​ວ່າ: ມາ​ຮອດ​ຈຸດ​ເວລາ​ນີ້ ມີ 24 ກອງ​ສິລະ​ປະກອນ ຂອງ 14 ປະ​ເທດ ​ໄດ້​ຈົດ​ທະບຽນ​ເຂົ້າ​ຮ່ວມ Festival ​ເຫ້ວ 2012. ພາຍ​ໃຕ້​ຫົວ​ຂໍ້​ວ່າ:​ ມໍລະດົກ​ວັດທະນະທຳ ​ກັບ​ການ​ເຊື່ອມ​ໂຍງ ​ແລະ ພັດທະນາ - ສະຖານ​ທີ່​ພົບ​ປະ​ຂອງ​ບັນດາ​ນະ​ຄອນ​​ແຫ່ງປະຫວັດສາດ” ຊຶ່ງ​ຈະ​ດຳ​ເນີນ​ໄປ​​ແຕ່​ວັນ​ທີ 7 - 15/4, Festival ​ເຫ້ວ 2012 ຍັງ​ແມ່ນ​ເຫດການ​ວັດທະນະທຳ​ການ​ຕ່າງປະ​ເທດ​ທີ່​ສຳຄັນ​ຂອງ​ປະ​ເທດ​ຊາດ​ໃນ​ຂອບ​ເຂດ​ເວທີ​ປາ​​ໄສ​ວັດທະນະທຳ ອາຊີ​ຕາ​ເວັນ​ອອກ - ອາ​ເມ​ລິ​ກາ​ລາຕີ​ນ. ພິ​ເສດ ຍັງ​ຈັດ​ໃຫ້​ມີ​ກອງ​ປະຊຸມ​ປະຈຳ​ປີ​ຄັ້ງ​ທີ 13 ສະຫະພັນ​ບັນດາ​ນະຄອນ​ແຫ່ງ​ປະຫວັດສາດ ຊຶ່ງ​ລວມມີ 80 ນະຄອນ ຂອງ 55 ປະ​ເທດ ຈະ​ຖືກ​ຈັດ​ຂຶ້ນ​ຢູ່ ​​ເຫ້ວ ​ໃນ​ເວລາ 3 ວັນ ​​ເຊື່ອມ​ຕໍ່​ກັບ​ Festival ​ເຫ້ວ 2012.

ຕອບກັບ

ຂ່າວ/ບົດ​ອື່ນ