2ພາກເກົາຫຼີຍິງປືນໃສ່ກັນຢູ່ເຂດທະເລພວມເກີດຄວາມຂັດແຍ້ງ

2ພາກເກົາຫຼີຍິງປືນໃສ່ກັນຢູ່ເຂດທະເລພວມເກີດຄວາມຂັດແຍ້ງ - ảnh 1
ກຳ​ປັ່ນ ສ. ເກົາຫຼ​ີ ສ້ອ​ມ​ຮົບ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ
(ພາບ: AP)

(vovworld) – ວັນ​ທີ 7/10, ສຳ​ນັກ​ຂ່າວ​ສານ Yonhap ຂອງ ສ​ປ​ປ ເກົາຫຼີ ໄດ້​ໃຫ້​ຂ່າວ​ວ່າ: ບັນ​ດາ​ກຳ​ລັງ​ທະ​ຫານ​ເຮືອ​ຂອງ ສ​ປ​ປ ເກົາຫຼີ ແລະ ສ. ເກົາຫຼີ ໄດ້​ຍິງ​ປືນ​ໃສ່​ກັນ​ຢູ່​ເຂດ​ທະ​ເລ​ທີ່​ພວມ​​ເກີດ​ຄວາມ​ຂັດ​ແຍ້ງ​ກັນ. ໂຄ​ສົກ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສ. ເກົາຫຼີ ໃຫ້​ຮ​ູ້​ວ່າ: ມີ​ກຳ​ປັ່ນ​ລາດ​ຕະ​ເວນ​ຂອງ ສ​ປ​ປ ເກົາຫຼີ ໄດ້​ລ່ວງ​ລ້ຳ​ເຂດ​ຊາຍ​ແດນ​ທາງ​ພາກ​ເໜືອ (NLL), ເຮັດ​ໃຫ້​ກຳ​ລັງ​ທະ​ຫານ ສ. ເກົາຫຼີ ຕ້ອງ​ຍິງໄຟ​ສັນ​ຍານ​ກ່າວ​ເຕືອນ. ກຳ​ປັ່ນ​ຂອງ ສ​ປ​ປ ເກົາຫຼີ ໄດ້​ຍິງ​ໂຕ້​ຕອບ ແລະ ຖ​ອນ​ອອກ​ຈາກ​ເຂດນັ້ນພາຍຫຼັງ 10 ນາ​ທີ. ເຫດ​ການ​ເກີດ​ຂຶ້ນ​ໃນ​ເວ​ລາ 9 ໂມງ 50 ນາ​ທີ ຕ​ອນ​ເຊົ້າ​ວັນ​ທີ 7/10 (ຕາມ​ເວ​ລາ​ທ້ອງ​ຖີ່ນ) ຢູ່​ໃກ້​ກັບ​ເກາະ Yeonpyeong, ພາກ​ເໜືອ ສ. ເກົາຫຼີ. ຕາມ​ກະ​ຊວງ​ດັ່ງ​ກ່​າວ​ແລ້ວ, ຝ່າຍ ສ. ເກົາຫຼີ ບໍ່​ມີ​ຜູ້​ເສຍ​ຊີ​ວິດ ແລະ ຮັບ​ບາດ​ເຈັບ.


ຂ່າວ/ບົດ​ອື່ນ