ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນແມ້ງຮຸ່ງ
ແລະ ທ່ານ ຄຳແພງ ໄຊສົມແພງ, ເລຂາພັກແຂວງ, ເຈົ້າແຂວງຫຼວງພະບາງ
(ພາບ: vietnamplus.vn)
(vovworld) - ໃນລະຫວ່າງວັນທີ 17 – 18/06, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນແມ້ງຮຸ່ງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ 2 ແຂວງທາງພາກເໜືອຂອງລາວ ແມ່ນ ຫຼວງພະບາງ ແລະ ໄຊຍະບູລີ. ທ່ານ ຄຳແພງ ໄຊສົມແພງ, ເລຂາພັກແຂວງ, ເຈົ້າແຂວງ ແຂວງຫຼວງພະບາງ ແລະ ທ່ານ ລຽນ ທິແກ້ວ, ເລຂາພັກແຂວງ ເຈົ້າແຂວງ ໄຊຍະບູລີ ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບທ່ານເອກອັກຄະລັດຖະທູດ ຫງວຽນແມ້ງຮຸ່ງ. ທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ຫງວຽນແມ້ງຮຸ່ງ ໃຫ້ຮູ້ວ່າ 2 ແຂວງ ຫຼວງພະບາງ ແລະ ໄຊຍະບູລີ ມີເງື່ອນໄຂສະດວກຫຼາຍຢ່າງເພື່ອຮ່ວມມືກັບບັນດາທ້ອງຖິ່ນຂອງຫວຽດນາມ, ພິເສດແມ່ນໃນການປູກຕົ້ນໄມ້ອຸດສາຫະກຳ ແລະ ພັດທະນາການທ່ອງທ່ຽວ... ທ່ານເອກອັກຄະລັດຖະທູດ ຫງວຽນແມ້ງຮຸ່ງ ໃຫ້ຄຳໝັ້ນສັນຍາວ່າ ໃນຖານະຕຳແໜ່ງຂອງຕົນຈະມານະພະຍາຍາມຈົນສຸດຄວາມສາມາດເພື່ອຊຸກຍູ້ການຮ່ວມມືລົງທຶນລະຫວ່າງ 2 ແຂວງດັ່ງກ່າວກັບບັນດາທ້ອງຖິ່ນຫວຽດນາມ ໃຫ້ນັບມື້ນັບພັດທະນາ. ການນຳ 2 ແຂວງ ຫຼວງພະບາງ ແລະ ໄຊຍະບູລີ ປາດຖະໜາຢາກເພີ່ມທະວີການເປີດກວ້າງການຮ່ວມມືກັບບັນດາທ້ອງຖິ່ນຂອງຫວຽດນາມ, ພິເສດແມ່ນບັນດາແຂວງທາງພາກໃຕ້, ພ້ອມທັງຢືນຢັນວ່າ ຈະສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດຫວຽດນາມ ແລະ ພໍ່ແມ່ປະຊາຊົນຫວຽດນາມ ທີ່ພອມດຳລົງຊີວິດຢູ່ທ້ອງຖິ່ນຮ່ວມມືລົງທຶນຢ່າງມີປະສິດທິຜົນ, ມີຊີວິດເປັນປົກກະຕິໃນໄລຍະຍາວ, ປະກອບສ່ວນເພີ່ມພູນຄຸນສ້າງສາຍພົວພັນລະຫວ່າງຫວຽດນາມ - ລາວ ໃຫ້ນນັບມື້ນັບພັດທະນາຢ່າງໝັ້ນຄົງ.