2 ພາກ ເກົາຫຼີ ບັນລຸໄດ້ ຂໍ້ຕົກລົງໃຫ້ເຂດອຸດສາຫະກຳຮ່ວມ Kaesong ເຄື່ອນໄຫວຄືນໃໝ່
ການເຈລະຈາລະຫວ່າງ 2 ພາກ ເກົາຫຼີ ເມື່ອວັນທີ 14/8 ບັນລຸຜົນສຳເລັດ
(ພາບ: Yonhap)
(vovworld) – ວັນທີ 14/8, ສ ເກົາຫຼີ ແລະ ສປປ ເກົາຫຼີ ໄດ້ບັນລຸຂໍ້ຕົກລົງໃຫ້ເຂດອຸດສາຫະກຳຮ່ວມ Kaesong ເຄື່ອນໄຫວຄືນໃໝ່ເຊິ່ງເຄີຍຖືກຢຸດສະງັກມາເປັນເວລາກ່ວາ 4 ເດືອນຜ່ານມາ. ຂໍ້ຕົກລົງລວມມີ 5 ຂໍ້ໄດ້ຮັບການເຫັນດີເປັນເອກະສັນຈາກທັງ 2 ຝ່າຍທີ່ການເຈລະຈາຂັ້ນນັກວິຊາການຄັ້ງທີ 7, ເຊິ່ງຈັດຕັ້ງໃນວັນດຽວກັນຢູ່ເຂດອຸດສາຫະກຳດັ່ງກ່າວ. ຕາມນັ້ນແລ້ວ, 2 ຝ່າຍໃຫ້ຄຳໝັ້ນສັນຍາມານະພະຍາຍາມເພື່ອໃຫ້ເຂດອຸດສາຫະກຳຮ່ວມ Kaesong ເຄື່ອນໄຫວເປັນປົກກະຕິຄືນໃໝ່ຍິ່ງໄວກໍ່ຍິ່ງດີ. 2 ຝ່າຍເຫັນດີເປັນເອກະສັນໃຫ້ເຂດອຸດສາຫະກຳນີ້ຖືກໂຈະການເຄື່ອນໄຫວຄືນໃໝ່ ຍ້ອນຖອນກຳມະກອນອອກ. 2 ຝ່າຍກໍ່ໃຫ້ຄຳໝັ້ນສັນຍາຊຸກຍູ້ການລົງທຶນຈາກຕ່າງປະເທດເຂົ້າເຂດອຸດສາຫະກຳຮ່ວມ Kaesong, ເຊິ່ງແມ່ນຄວາມຮຽກຮ້ອງຕົ້ນຕໍ່ຂອງ ສ ເກົາຫຼີ. ຄະນະກຳມະການລວມຈະໄດ້ຮັບການສ້າງຕັ້ງຂຶ້ນເພື່ອປຶກສາຫາລືກ່ຽວກັບການຊົດເຊີຍຄວາມເສຍຫາຍດ້ານເສດຖະກິດຍ້ອນເຂດອຸດສາຫະກຳຮ່ວມ Kaesong ຖືກປິດປະຕູ.