4 ຄົນເສຍຊີວິດ ແລະ 2 ຄົນຫາຍສາບສູນໃນພາຍຸ Rammasun

4 ຄົນເສຍຊີວິດ ແລະ  2 ຄົນຫາຍສາບສູນໃນພາຍຸ Rammasun - ảnh 1
ພາບປະກອບ

(vovworld) - 4 ຄົນ​ເສຍ​ຊີວິດ ​ແລະ  2 ຄົນ​ຫາຍ​ສາບ​ສູນ​ໃນ​ພາຍຸ Rammasun. ນີ້​ແມ່ນ​ຂໍ້​ມູນ​ຂ່າວ​ທີ່​ຍົກ​ອອກ​ມາ​ໃນ​ກອງ​ປະຊຸມ​ຂອງ​ຫ້ອງການ​ຄະນະ​ຊີ້​ນຳ​ປ້ອງ​ກັນ ​ແລະ ຕ້ານ​ພາຍຸ​ສູນ​ກາງ ​ໃນ​ຕອນ​ເຊົ້າ​ວັນ​ທີ 20/7 ຢູ່​ຮ່າ​ໂນ້ຍ. ກວາງ​ນິງ​ແມ່ນ​ທ້ອງ​ຖີ່​ນຖືກ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ​ທີ່​ສຸດ​ກ່ຽວ​ກັບ​ພື້ນຖານ​ໂຄງ​ລ່າງ. ປະຈຸ​ບັນ​ບໍ່​ທັນ​ມີ​ຕົວ​ເລກ​ສະຖິຕິ​ກ່ຽວ​ກັບ​ເນື້ອ​ທີ່​ປູກ​ເຂົ້າ ​ແລະ ພືດ​ຖືກ​ນຳ້​ຖ້ວມ ​ໂດຍ​ພາຍຸ​ດັ່ງກ່າວ​ກໍ່​ຂຶ້ນ​ເທື່ອ.

        ທີ່​ການ​ປະຊຸມ, ບັນດາ​ສະມາຊິກ​ຫ້ອງການ​ປະຈຳ​ຄະນະ​ຊີ້​ນຳ​ປ້ອງ​ກັນ ​ແລະ ຕ້ານ​ພາຍຸ​ສູນ​ກາງຖື​ວ່າ: ວຽກ​ງານ​ຈຸດ​ສຸມ​ໃນ​ມື້​ນີ້​ແມ່ນ​ຕ້ອງ​ຕິດຕາມ​ສະພາບ​ຝົນຕົກ​ນຳ້​ແກ່ງ​ຖ້ວມ​ຢູ່​ແມ່​ນຳ້​ສາຍ​ຕ່າງໆ ​ເພື່ອ​ຊີ້​ນຳ​ແກ້​ໄຂ​ຢ່າງ​ທັນ​ການ. ທ່ານ ຫງວຽນ​ຊວນ​ຢ້ຽວ, ກຳມະການ​ປະຈຳ​ຄະນະ​ຊີ້​ນຳ​ປ້ອງ​ກັນ ​ແລະ ຕ້ານ​ພາຍຸ​ສູນ​ກາງ​ໃສ່​ໃຈ​ວ່າ:

        “ຢູ່​ບັນດາ​ແຫ່ງ​ທີ່​ມີ​ໄພ​ຈະ​ເກີດ​ນຳ້​ແກ່ງ​ຖ້ວມ, ດິນ​ເຊາະ​ເຈື່​ອນ, ສະ​ເໜີ​ກຳລັງ​ປ້ອງ​ກັນຊາ​ຍ​ແດນ ​ແລະ ທະຫານ​ທ້ອງ​ຖີ່​ນຕິດຕາມ ​ແລະ ໜູນ​ຊ່ວຍ​​ແກ້​ໄຂ​ສະຖານະ​ການ​​ເມື່ອເກີດ​ເຫດຢ່າງ​ທັນ​ການ“.

        ​ໃນ​ຂະນະ​ນັ້ນ, ຍ້ອນ​ຜົນ​ສະທ້ອນ​ຈາກ​ພາຍຸ Rammasun, ນຳ້​ແກ່ງ​ຈາກ​ແມ່​ນຳ້​ສາຍ​ຕ່າງໆ​ຢູ່​ເຂດ​ພູດ​ອຍທາງ​ພາກ​ເໜີອ​ກໍ່​ເພີ່ມ​ຂຶ້ນ​ຢ່າງ​ໄວ, ​ເຮັດ​ໃຫ້​ເຮືອນ​ຊານ​ຫຼາຍ​ຫຼັງ​ ​ແລະ ​ເນື້ອ​ທີ່​ປູກ​ພືດຂອງ​ປະຊາຊົນຖືກ​ນຳ້​ຖ້ວມ. ຢູ່​ແຂວງ​ບັກ​ຢາງ, ນັບ​ແຕ່​ກາງຄືນ​ມື້ວານ​ຮອດ​ຕອນ​ເຊົ້າ​ມື້ນີ້, ຝົນຕົກ​ໄດ້​ເກີດ​ຂຶ້ນ​ຢ່າງ​ລຽນຕິດ​ຢູ່ບາງ​ທ້ອງ​ຖີ່​ນ. ຖ້າສືບ​ຕໍ່​ມີ​ຝົນຕົກ​ໜັກ, ຄັນ​ຄູ​ກັນ​ນຳ້ ​ແລະ ໜອງ ​ແລະ ອ່າງ​ເກັບ​ນຳ້​ອາດ​ຈະ​ຖືກ​ທຳລາຍ.

 

ຂ່າວ/ບົດ​ອື່ນ