40ກິດຈະກຳໄດ້ຮັບລາງວັນຫົວຄິດປະດິດສ້າງວິທະຍາສາດເຕັກໂນໂລຢີຫວຽດນາມ

40ກິດຈະກຳໄດ້ຮັບລາງວັນຫົວຄິດປະດິດສ້າງວິທະຍາສາດເຕັກໂນໂລຢີຫວຽດນາມ - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນ ມອບ​ລາງວັນ​ໃຫ້​ບັນ​ດາ​ຜູ້​ປະ​ດິດ​ແຕ່ງ
(ພາບ: T. H)

(vovworld) – ຕອນ​ຄ່ຳ​ວັນ​ທີ 28/5, ຢູ່ ຮ່າ​ໂນ້ຍ, ສະ​ຫະ​ບັນ​ດາ​ສະ​ມາ​ຄົມ​ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ການ​ສະ​ຫລຸບ 20 ປີ ແລະ ມ​ອບ​ລາງວັນ​ຫົວ​ຄິດ​ປະ​ດິດ​ສ້າງວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລຢ​ີ ຫວຽດ​ນາມ, ລາງວັນຂັນ​ຄຳ​ຊັບ​ສິນ​ທາງ​ປັນ​ຍາ ຫວຽດ​ນາມ ປີ 2014. ລ​າງວັນ​ຫົວ​ຄິດ​ປະ​ດິດ​ສ້າງວິ​ທະ​ຍາ​ສາດ, ເຕັກ​ນິກ ຫວຽດ​ນາມ ປີ 2014 ໄດ້​ມອບ​ໃຫ້ 40 ກິດ​ຈະ​ກຳ​ຂຶ້ນ​ກັບ 6 ຂົ​ງ​ເຂດ, ໃນ​ນັ້ນ​ມີ 4 ລາງວັນ​ທີ 1, 7 ລາງວັນ​ທີ 2, 11 ລາງວັນ​ທີ 3 ແລະ 18 ລາງວັນ​ຊົມ​ເຊີຍ.

        ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ຕີ​ລາ​ຄາ​ສູງ​ການ​ຈັດ​ຕັ້ງ​ມອບ​ລາງວັນ​ໃນ​ຄັ້ງ​ນີ້ ແລະ ຖື​ວ່າ​ລາງວັນ​ນີ້​ນັບ​ມື້​ນັບ​ສະ​ແດງ​ໃຫ້​ເຫັນ​ອິດ​ທິ​ພົນ​ຊື່​ສຽງ​ໃນ​ວົງ​ການ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ກ່​ວາ​ອີກ:

        “ລາງວັນ​ຫົວ​ຄິດ​ປະ​ດິດ​ສ້າງວິ​ທະ​ຍາດ​ສາດ, ເຕັກ​ໂນ​ໂລຢ​ີ ຫວຽດ​ນາມ ຈັດ​ຕັ້ງ​ປະ​ຈຳ​ປີ ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ພວກ​ເຮົາ​ຢັ້ງ​ຢືນວ່າ: ແຕ່​ລະ​ວັນ, ແຕ່​ລະ​ເດືອນ, ແຕ່​ລະ​ປີ​ພວກ​ເຮົາ​ຍັງ​ຮັກ​ສ​າ, ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​​ພິ​ລະ​ອາດ​ຫານ ແລະ ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ຊາດ​ເຮົາ. ເກືອບ 20 ປີ​ແຫ່ງ​ກາ​ນ​ຈັດ​ຕັ້ງ​ລາງວັນ, ມີ 2.200 ຫົວ​ຂໍ້, ກິດ​ຈະ​ກຳ​ເຂົ້າ​ຮ່ວມ ແລະ ທັງ​ໝົດ​ເຫຼົ່າ​ນັ້ນ​ລ້ວນ​ແຕ່​ໄດ້​ຮັບ​ການ​ນຳ​ໃຊ້​ໃນ​ຊີ​ວິດ​ຕົວ​ຈິງ​ພາຍຫຼັງ​ມີ​ການ​ຄົ້ນ​ຄ້​ວາ. ໃນ​ນັ້ນ​, ເກືອບ 400 ຫົວ​ຂໍ້​ໄດ້​​ຮັບ​ລາ​ງວັນ. ພວກ​ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ: ບັນ​ດາ​ຜູ້​ປະ​ດິດ​ແຕ່ງ​ເມື່ອ​ໄດ້​ຮັບ​ລາງວັນ​ຈະ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ຢ່າງບໍ່​ຢຸດຢັ້ງ ແລະ ສືບ​ຕໍ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງນັບ​ມື້​ນັບຫຼາຍ​ກ່​ວາ​ອີກ.”


ຂ່າວ/ບົດ​ອື່ນ