
ຊາວຫນຸ່ມນະຄອນຫລວງ ຮ່າໂນ້ຍ ເຮັດອະນາໄມສິ່ງແວດລ້ອມ
|
(vovworld) - ເພື່ອສະເຫລີມສະຫລອງ 58 ປີແຫ່ງວັນປົດປ່ອຍນະຄອນຫລວງ (ຄືວັນທີ 10/10/1954 -10/10/2012) ແລະ ຂຳ່ນັບຊົມເຊີຍກອງປະຊຸມໃຫຍ່ຜູ້ແທນຄະນະຊາວຫນຸ່ມກອມມູນິດ ໂຮ່ຈິມິນ ນະຄອນ ຮ່າໂນ້ຍ ຄັ້ງທີ 14, ຕອນເຊົ້າວັນທີ 6/10 ຢູ່ ສວນສາທາລະນະ Thong Nhat, ຄະນະຊາວຫນຸ່ມນະຄອນ ຮ່າໂນ້ຍ ໄດ້ປຸກລະດົມຂະບວນການ “ຂ້ອຍຮັກນະຄອນຫລວງ ຮ່າໂນ້ຍ” ໂດຍມີການເຂົ້າຮ່ວມຂອງສະມາຊິກຄະນະຊາວຫນຸ່ມ, ຊາວຫນຸ່ມ ເກືອບ 7000 ຄົນ ແລະ ປະຊາຊົນທຸກຊັ້ນວັນນະຢູ່ນະຄອນຫລວງ ຮ່າໂນ້ຍ. ອ້າຍ Nguyen Van Thang ຮອງເລຂາຜູ້ປະຈຳຄະນະຊາວຫນຸ່ມນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:
“ຂະບວນການຂ້ອຍຮັກນະຄອນຫລວງ ຮ່າໂນ້ຍ ແມ່ນລາຍການສະເພາະຂອງໄວຫນຸ່ມນະຄອນຫລວງ ເພື່ອສະແດງໃຫ້ເຫັນບົດບາດ, ຫນ້າທີ່ຄວາມຮັບຜິດຊອບກໍຄືບົດບາດຂອງຊາວຫນຸ່ມສຳລັບວິວັດທະນາການສ້າງສານະຄອນຫລວງໃຫ້ຮັ່ງມີ ແລະ ສີວິໄລ. ນີ້ກໍແມ່ນວິທີບໍ່ພຽງແຕ່ໃຫ້ຊາວຫນຸ່ມນະຄອນຫລວງຮ່າໂນ້ຍເທົ່ານັ້ນ ຫາກຊາວຫນຸ່ມໃນທົ່ວປະເທດພ້ອມກັນສູ້ຊົນພ້ອມກັນຮ່ວມແຮງຮ່ວມໃຈສ້າງສານະຄອນຫລວງໃຫ້ນັບມື້ນັບຮັ່ງມີສວຍງາມ ຕອບສະຫນອງຄວາມຮຽກຮ້ອງຕ້ອງການໃນໄລຍະປ່ຽນແປງໃຫມ່.”