8ເດືອນ,ການປ່ອຍເງິນລົງທຶນໂດຍກົງຈາກຕ່າງປະເທດໄດ້ເກືອບ8ຕື້USD
ພາບປະກອບ
(vovworld) – 8 ເດືອນ, ການປ່ອຍເງິນລົງທຶນໂດຍກົງຈາກຕ່າງປະເທດໄດ້ເກືອບ8ຕື້USD - ຕາມກົມລົງທຶນຕ່າງປະເທດ (ກະຊວງແຜນການ ແລະ ການລົງທຶນ) ແລ້ວ, ຕົວເລກນີ້ເພີ່ມຂຶ້ນ 4,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ. ນີ້ແມ່ນໝາກຜົນທີ່ຕັ້ງໜ້າ ແລະ ສາຍເຫດແມ່ນຍ້ອນບາງໂຄງການໃຫຍ່ໄດ້ຮັບໜັງສືອະນຸຍາດໃຫ້ລົງທຶນຈາກຊຸມປີກ່ອນພວມໄດ້ຮັບການປ່ອຍເງິນຢ່າງວ່ອງໄວ. ຄາດວ່າ, ໃນປີ 2014, ທຶນປະຕິບັດສາມາດບັນລຸໄດ້ 12,5 ຕື້ USD, ເພີ່ມຂຶ້ນ 8,7% ເມື່ອທຽບໃສ່ປີ 2013. ກໍ່ນັບແຕ່ຕົ້ນປີມາຮອດປະຈຸບັນ, FDI ເກີນດຸນ 11,8 ຕື້ USD.