APECເປັນເອກະພາບເພີ່ມທະວີຄຸນນະພາບແຫຼ່ງຊັບພະຍາກອນມະນຸດ

APECເປັນເອກະພາບເພີ່ມທະວີຄຸນນະພາບແຫຼ່ງຊັບພະຍາກອນມະນຸດ - ảnh 1
ກອງ​ປະ​ຊຸມ​ລັດຖະມົນຕີ APEC ກ່ຽວ​ກັບ​ການ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ຄັ້ງ​ທີ 6
(ພາບ: Vietnam+)

(vovworld) – ຕອນ​ບ່າຍ​ວັນ​ທີ 6/9, ພາຍຫຼັງ​ເຮັດ​ວຽກ​ເປັນ​ເວລາໜຶ່ງ​ວັນ, ກອງ​ປະ​ຊຸມ​ລັດຖະມົນຕີ APEC ກ່ຽວ​ກັບ​ການ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ຄັ້ງ​ທີ 6 ​ໄດ້​ຍົກ​ອອກ​ຖະ​ແຫຼ​ງການ​ຮ່ວມ. ຕາມ​ນັ້ນ​ແລ້ວ, ບັນດາ​ສະມາຊິກ APEC ​ເປັນ​ເອກະ​ພາບ​ກັນຈະ​ເພີ່ມ​ທະວີ​ຄຸນ​ນະພາ​ບ​ແຫຼ່ງຊັບພະຍາ​ກອນ​ມ​ະນຸດ​ເພື່ອ​ຕອບ​ສະໜອງ​ບັນດາ​ຄວາມ​ຕ້ອງການ​​ໃນ​ທົ່ວ​ໂລກ. ຖະ​ແຫຼ​ງການ​ຮ່ວມ​ກໍ່​ຢັ້ງຢືນ​ບັນດາ​ສະມາຊິກ APEC ຈະ​ສ້າງ​ເງື່ອນ​ໄຂ​ຍົກຍ້າຍ​ຄົນ​ງານ, ພັດທະນາ​ທັກ​ສະ ​ແລະ ​ເພີ່​ມທະວີ​ການ​ເຂົ້າ​ຮ່ວມ​ຂອງ​ແມ່ຍິງ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ. ຕາມ​​ຖະ​ແຫຼ​ງການ​ຮ່ວມ​ແລ້ວ, ບັນດາ​ສະມາຊິກ APEC ຈະ​ຊຸກຍູ້​ວຽກ​​ເຮັດ​ງານ​ທຳ​ມີ​ຄຸນ​ນະພາ​ບ ​ແລະ ​ເພີ່ມ​ທະວີ​ການ​​ເຊື່ອມ​ຕໍ່​ມະນຸດ​ຜ່ານ​ການ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ. ຄຽງ​ຄູ່​ກັນ​ນັ້ນ, ຖະ​ແຫຼ​ງການ​ຮ່ວມ​ກໍ່​ເນັ້ນ​ໜັກ​​ເຖິງຄວາມ​ສຳຄັນ​ຂອງ​ການ​ໜູນ​ຊ່ວຍ​ຮອບດ້ານ ​ແລະ ໝັ້ນຄົງ​ເພື່ອ​​ແນ​ໃສ່​ແກ້​ໄຂ​ຜົນ​ຮ້າຍ​ທາງ​ສັງຄົມ​ຂອງ​ການ​ໂລກາ​ພິວັ​ດ.


ຂ່າວ/ບົດ​ອື່ນ