ISຍ້ອມຮັບດຳເນີນເຫດບຸກໂຈມຕີເຮັດໃຫ້ຜູ້ເສຍຊີວິດແລະຮັບບາດເຈັບເປັນຈຳນວນຫຼວງຫຼາຍຢູ່ອີຣັກ

ISຍ້ອມຮັບດຳເນີນເຫດບຸກໂຈມຕີເຮັດໃຫ້ຜູ້ເສຍຊີວິດແລະຮັບບາດເຈັບເປັນຈຳນວນຫຼວງຫຼາຍຢູ່ອີຣັກ - ảnh 1
ຢ່າງ​ໜ້ອຍ​ສຸດ​ມີ 15 ຄົນ​ເສຍ​ຊີ​ວິດ ແລະ
20 ຄົນ​ຮັບ​ບາດ​ເຈັບ ໃນ​ເຫດ​ວາງ​ລະ​ເບີດ​ສະ​ຫຼະ​ຊີບ
(ພາບ: AFP/TTXVN)

(vovworld) - ​ຢ່າງ​ໜ້ອຍ​ສຸດ​ມີ 15 ຄົນ​ເສຍ​ຊີ​ວິດ ແລະ 20 ຄົນ​ຮັບ​ບາດ​ເຈັບ ໃນ​ເຫດ​ວາງ​ລະ​ເບີດ​ສະ​ຫຼະ​ຊີບ​ແນ​ໃສ່​ປ້ອມກ​ວດ​ກາ​​ຄວາມ​ສະ​ຫງົບ​ປ​ອ​ດ​ໄພຢູ່​ເຂດ​ມີ​ຊາວ​ອິດ​ສະ​ລາມ​ນິ​ກາຍ Shiite ເປັນ​ຈຳ​ນ​ວນ​ຫຼວງ​ຫຼາຍ, ຢູ່​ທາງ​ທິດ​ເໜືອ​ນະ​ຄອນ Baghdad, ປະ​ເທດ​ອີ​ຣັກ ໃນ​ວັນ​ທີ 24/07. ເປົ້າ​ໝາຍໄ​ດ້​ວາ​ງລະ​ເບີດສະ​ຫຼະ​ຊີບ​ຢູ່ປ້ອມກ​ວດ​ກາ​​ທີ່​ມີ​​ສາ​ມັນຊົນ​ເປັນ​ຈຳ​ນວນ​ຫຼ​ວງ​ຫຼາຍ ໃກ້​ກັບສະ​ໜາມ​ຫຼວງ Adan. ກຸ່ມ​ລັດ​ອິດ​ສະ​ລາມ (IS) ອ້າ​ງ​ຊື່​ເອງ ຍອມ​ຮັບ​ໄດ້​ດຳ​ເນີນ​ເຫດ​ບຸກ​ໂຈມ​ຕີ​ດັ່ງ​ກ່າວ ແລະ ຖະ​ແຫຼງວ່າ ເປົ້າ​ໝາຍ​ແມ່ນ​ບັນ​ດາ​ພົນ​ທະ​ຫານ ແລະ ກຳ​ລັງ​ເຄິ່ງ​ທະ​ຫານ​ຂອງ​ລັດ​ຖະ​ບານ. IS ເຄີຍ​ເປັນ​ຕົວ​ການ​ຂອງ​ບັນ​ດາ​ເຫດວ​າງ​ລະ​ເບີດ​ສະ​ຫຼະ​ຊີບ​ທີ່​ຄ້າຍ​ຄື​ກັນ ແນ່​ໃສ່​ບັນ​ດາ​ເຂດ​​ທີ່ມີ​​ສາ​ມັນຊົນ​ເປັນ​ຈຳ​ນວນ​ຫຼວງ​ຫຼາ​ຍ​ຄື ຕະ​ຫຼາດ, ຮ້ານ​ກາ​ເຟ ແລະ ໂປດ​ໃນ​ທົ່​ວ​ປະ​ເທດ​ອີ​ຣັກ.

ຂ່າວ/ບົດ​ອື່ນ