Vietstampex2015-ງານວາງສະແດງສະແຕມໄປສະນີໃຫຍ່ກວ່າມໝູ່ຢູ່ຫວຽດນາມ

Vietstampex2015-ງານວາງສະແດງສະແຕມໄປສະນີໃຫຍ່ກວ່າມໝູ່ຢູ່ຫວຽດນາມ - ảnh 1
Vietstampex 2015 - ງານວາງສະແດງສະແຕມໄປສະນີ
ໃຫຍ່ກວ່າມໝູ່ຢູ່ຫວຽດນາມ
(ພາບ: infonet)


(vovworld) - ງານ​ວາງ​ສະ​ແດງ​ສະ​ແຕມໄ​ປ​ສະ​ນີ​​ແຫ່ງ​ຊາດ 2015 (Vietstampex 2015) ​ໄດ້ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັ​ນ​ທີ 11/12, ຢູ່​ຫໍ​ວັດ​ທະ​ນະ​ທຳ​ແຮງ​ງານ​ມິດ​ຕະ​ພາບ​ຫວຽດ​-ໂຊ, ຮ່າ​ໂນ້ຍ. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເຫ​ດ​ການ​ຂ່ຳ​ນັບ​ຮັບ​ຕ້ອນ​ປະ​ຊາ​ຄົມ​ອາ​ຊຽນ ພ້ອມ​ກັບ​ບັນ​ດາ​ວັນ​ບຸນ​ໃຫຍ່​ຂອ​ງ​ປະ​ເທດ​ຊາດ ໃນ​ປີ 2015 ແລະ ມຸ່ງ​ໄປ​ເຖິງກອງ​ປະ​ຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ.

      ງານ​ວາງ​ສະ​ແດງ Vietstampex 2015 ມີສະ​ແຕມ 138 ຊຸດ​, ແລະ ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 11 – 13/12, ດ້ວຍ 3 ຫົວ​ຂໍ້: ວັນຂ່ຳ​ນັບ​ຮັບ​ຕ້ອນ​ປະ​ຊາ​ຄົມ​ອາ​ຊຽນ; ວັນ​ບຸນ​ສະ​ແຕມ​ຫວຽດ​ນ​າ​ມ; ວັນ​ພົບ​ປະ​ຂອງບັນ​ດາ​ຜູ້​ສະ​ສົ​ມ​ສະ​ແຕມ. ເມື່ອ​ມາ​ຢ້ຽມ​ຊົມ Vietstampex 2015, ​ບັນ​ດາແຂກ​​ຈະ​ໄດ້​ຮັບຊົມ​​ສະ​ແຕມ​​​ນັບ​ຮ້ອຍໆຊຸດ​, ​ສະ​ແຕມ​ໄປ​ສະ​ນີ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະກ່ຽວ​ກັບ​ບັນ​ດາ​ຈຸດ​ວັດ​ທະ​ນະ​ທຳ​ດີ​ເດັ່ນ: ວິ​ວັດ​ປະ​ຫວັດ​ສາດແຫ່ງ​ການ​ປະ​ຕິ​​ວ​ັດ​ຫວຽດ​ນາມ; ປະ​ທານ​ໂຮ່​ຈິ​ມິນ; ຫວຽດ​ນາມ ກ​ັບ​ອາ​ຊຽນ…ນັບ​ພັນຢ່າງ ໃນ​ຂອບ​ເຂດ​ງານ​ວາງ​ສະ​ແດງ​ຍັງ​​ໄດ້ຈັດ​ບັນ​ດາ​ກອງ​ປະ​ຊຸມ​ສຳ​ມະ​ນາ​ສະ​ເພາະ​ກ່ຽວ​ກັບ​ສະ​ແຕມ​ໄປ​ສະ​ນີ ແລະ ຜູ້​ທີ່ສະ​ສົມ​ສະ​ແຕມ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂງານ​ວາງ​ສະ​ແດງ, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື​່​ສານ ຫງວຽນ​ບັ໋ກ​ຊອນ ເນັ້ນ​ໜັກ​ວ່າ.

      “ງານ​ວາງ​ສະ​ແດງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ງານ​ວາງ​ສະ​ແດງ​ສະ​ແຕມ​ໄປ​ສະ​ນີ​ແຫ່ງ​ຊາດ​ໃຫຍ່ກວ່າ​ໝູ່​ນັບ​ແຕ່​ກ່ອນ​ມາ​ຮອດ​ປະ​ຈ​ຸ​ບັນ ​ເຊິ່ງ​ໄດ້​ຈັດ​ຕັ້ງ​ຢູ່​ຫວຽດ​ນາມ. ບັນ​ດາ​ຊຸດ​ສະ​ແຕມ​ທີ່​ໄດ້​ວາງ​ສະ​ແດງ​ໃນ​ຄັ້ງ​ນ​ີ້ ຕົ້ນ​ຕໍ​ແມ່ນ​ສະ​ແຕມ​ໄປ​ສະ​ນີ​ຫວຽດ​ນາມ, ໃນ​ນັ້ນ​ມີ​ບັນ​ດາ​ຊຸດ​ສະ​ແຕມ​ມີ​ຫົວ​ຂໍ້​ກ່ຽວ​ກັບ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ປະ​ທານ​ໂຮ່​ຈິ​ມິນ ​ກວນ​ຈຳ​ນວນສ່ວນ​ຫຼາຍ​. ງານ​ວາງ​ສະ​ແດງ​ຄັ້ງ​ນ​ີ້​ແມ່ນ​ຫໍ​ພິ​ພິ​ຕະ​ພັນ​ທີ່​ມີ​ຊີ​ວິດ​ຊີ​ວາ, ມີ​ຄວາມ​ໝາຍ, ມີ​ຂໍ້​ມູນ​ຫຼາຍ​ຢ່າງ​ແນະ​ນຳ​ໃຫ້​ຜູ້​ຊົມ​ກ່ຽວກ​ັບ​ປະ​ເທດ​ຊາດ, ມະ​ນຸດ, ພື້ນ​ຖ​ານ​ວັດ​ທ​ະ​ນຳ​ທຳ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ຊາດ​ຫວຽດ​ນາມ”.

ຂ່າວ/ບົດ​ອື່ນ