Viettel ປະຕິບັດການໂທ 5ຈີ ຄັ້ງທຳອິດຜ່ານເຄື່ອງອຸປະກອນ 5ຈີໂດຍ ຫວຽດນາມ ຜະລິດ
(VOVWORLD) - ວັນທີ 17 ມັງກອນ, ທີ່ສຳນັກງານບໍລິສັດໃຫຍດອຸດສາຫະກຳເຕັກໂນໂລຊີສູງ Viettel (ຮ່າໂນ້ຍ), ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຫງວຽນແມ້ງຮຸ່ງ ແລະ ທ່ານລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈູງອັກແອັງ ໄດ້ມີການເຮັດວຽກ ແລະ ກວດກາວຽກງານຄົ້ນຄວ້າ, ຜະລິດເຄື່ອງອຸປະກອນອິນເຕີແນັດ 5ຈີ ຂອງ Viettel.
Viettel ປະຕິບັດການໂທ 5ຈີ ຄັ້ງທຳອິດຜ່ານເຄື່ອງອຸປະກອນ 5ຈີໂດຍ ຫວຽດນາມ ຜະລິດ (ພາບ: (SGGP) |
ປັດຈຸບັນຢູ່ໃນໂລກ ມີ 5 ບໍລິສັດໄດ້ຜະລິດສຳເລັດບັນດາເຄື່ອງອຸປະກອນອິນເຕີແນັດ 5ຈີ ລວມມີ: Ericsson, Nokia, Huawei, Samsung ແລະ ZTE. Viettel ຈະແມ່ນບໍລິສັດທີ 6 ໃນໂລກທີ່ຜະລິດອຸປະກອນນີ້. ໃນຈຳນວນບໍລິສັດດັ່ງກ່າວນັ້ນ ມີພຽງແຕ່ບໍລິສັດ Viettel ເທົ່ານັ້ນທີ່ເປັນທັງແມ່ນບໍລິສັດຂຸດຄົ້ນໂທລະຄົມມະນາຄົມ, ທັງມີຄວາມສາມາດຜະລິດບັນດາອຸປະກອນອິນເຕີແນັດ.