WBຫນູນຊ່ວຍຫວຽດນາມປະຕິຮູບຂະແຫນງໄຟຟ້າແລະໂຄງການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

WBຫນູນຊ່ວຍຫວຽດນາມປະຕິຮູບຂະແຫນງໄຟຟ້າແລະໂຄງການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1
ພາບປະກອບ:internet

(vovworld)-​ ວັນ​ທີ 2/7, ທະນາຄານ​ໂລກ WB ປະຈຳ​ຫວຽດນາມ ​ໃຫ້​ຮູ້​ວ່າ: ຄະນະ​ຜູ້ອຳນວຍການ​ທະນາຄານ​ໂລກ ​ໄດ້​ໃຫ້​ສັດຕະຍາບັນ​ບ້ວງ​ເງິນ​ກູ້​ຢືມ 200 ລ້ານ USD ​ແລະ ບ້ວງ​ສິນ​ເຊື່ອ 70 ລ້ານ USD ຊ່ວຍ​ລັດຖະບານ​ຫວຽດນາມ ປະຕິ​ຮູບ​ຂະ​ແຫນງ​ໄຟຟ້າ, ​ເພີ່ມ​ທະວີ​ກຳລັງ​ຄວາມ​ສາມ​າດ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ​ຫວຽດນາມ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ປະ​ເທດ​ຖືກ​ຜົນ​ສະທ້ອນ​ກວ່າ​ໝູ່​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ​ໄພ​ທຳ​ມະ​ຊາດ ​ແລະ ນ້ຳ​ທະ​ເລ​ຂຶ້ນ​ສູງ ​ໄດ້​ກໍ່​ຄວາມ​ເສຍ​ຫາຍ​ອັນ​​ໃຫຍ່​ຫລວງ​ທາງ​ດ້ານ​ເສດຖະກິດ ​ແລະ ຊີວິດ​ອີ​ນຊີ, ​ໃນ​ນັ້ນ​ແຕ່ລະ​ປີ ສະ​ເພາະ​ໄພ​ທຳ​ມະ​ຊາດ​ໄດ້​ກໍ່​ຄວາມ​ເສ​ຍຫາຍ​ເຖິງ 1,5% GDP

ຂ່າວ/ບົດ​ອື່ນ